• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ໜູນຊ່ວຍ ເລີມດົ່ງ ກາຍເປັນສູນກະສິກທີ່ຳມີມູນຄ່າສູງຂອງອາຊີຕາເວັນອອກສ່ຽງໃຕ້

(ພາບປະກອບ / vietnam+)
      ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື​ພັດທະນາ​ກະສິກຳ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ, ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICA) ພວມ​ຕັ້ງໜ້າ​ໜູນ​ຊ່ວຍ​ແຂວງ ​ເລີມ​ດົ່ງ ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຮູບ​ແບບ​ພັດທະນາ​ກະສິກຳ​ຕາມ​ທິດ​ສຳ​ຜັດກັບ​ຫລາຍ​ຂະ​ແໜງ ​ແລະ ປັບປຸງ​ສະພາບ​ແວດ​ລ້​ອມ​ແຫ່ງ​ການ​ລົງທຶນ​ໃນ​ຂົງ​ເຂດກະສິກຳ. ​ເຖິງ​ວ່າ​ໂຄງການ​ໃໝ່​ຫາ​ກໍ່​ດຳ​ເນີນ​ເທົ່າ​ນັ້ນ ​ແຕ່​​ໃນເບື້ອງ​ຕົ້ນ​ໄດ້​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ລວມຂອງ​ທ້ອງ​ຖິ່ນ. ​ໃນ​ໄລຍະ​ຜ່ານ​ມາ, ​ແຂວງ ​ເລີມ​ດົ່ງ ​ໄດ້​ສົມທົບ​ກັບ​ບັນດາ​ນັກ​ຊ່ຽວຊານ, ນັກ​ປຶກສາ​ຂອງ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ(JICA), ພ້ອມກັບ​ບັນດາ​ນັກ​ລົງທຶນ ​ແລະ ບັນດາ​ວິ​ສາ​ຫະກິດ​ມາ​ຈາກ ຍີ່ປຸ່ນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ລວບ​ລວມຄຳ​ເຫັນ ​ແລະ ມຸ່ງ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ຜັນ​ຂະຫຍາຍ​ການປະຕິບັດ​ໂຄງການ​ກໍ່ສ້າງ​ຮູບ​ແບບ​ພັດທະນາ​ກະສິກຳ​ຕາມ​ທິດ​ສຳ​ຜັດກັບ​ຫລາຍ​ຂະ​ແໜງ ​ແລະ ປັບປຸງ​ສະພາບ​ແວດ​ລ້​ອມ​ແຫ່ງ​ການ​ລົງທຶນ​ໃນ​ຂົງ​ເຂດກະສິກຳ​ຢູ່​ແຂວງ ​ເລີມ​ດົ່ງ ຕາມ​ຮູບ​ການ​ຮ່ວມ​ມືພາກ​ລັດ - ​ເອກະ​ຊົນ. ຝ່າຍ ຍີ່ປຸ່ນ ຈະ​ສົ່ງບັນດາ​ນັກ​ຊ່ຽວຊານ​ທາ​ບທາມ​ຄຳ​ເຫັນ ​ແລະ ໜູນ​ຊ່ວຍ​ແຂວງ ​ເລີມ​ດົ່ງ ສຳ​ພັດກັບ​ເຕັກ​ໂນ​ໂລ​ຢີການ​ຜະລິດ ​ແລະ ຫລັງ​ການ​ເກັບ​ກ່ຽວ, ສ້າງ​ລະບົບ​ຮ່ວມ​ສຳພັນ​​ໃນ​ການ​ຜະລິດ, ຈຸດໝາຍ​ ​ແລະ ສົ່ງ​ອອກ, ດ້ວຍ​ຈຸດປະສົງແມ່ນ​ນຳ ດ່າ​ລາດ - ​ເລີມ​ດົ່ງ ກາຍ​ເປັນ​ສູນ​ກະສິກທຳທີ່​ມີ​ມູນ​ຄ່າ​ສູງ​ຂອງ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມີ​ເຄື່ອງໝາຍ​ການ​ຄ້າ​ກະສິກຳ​ແຖວ​ໜ້າ​ຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top