• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ແລະ ຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ

      ຕອນຄ່ຳວັນທີ 08 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ ຄັ້ງທີ 23 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃນລະຫວ່າງວັນທີ 04 – 08 ມິຖຸນາ.
ຍີ່ປຸ່ນແລະຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ - ảnh 1
(ການນຳ 2 ປະເທດເຈລະຈານຳກັນ) 
      ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ ຊີ້ແຈ້ງວ່າ, ຍີ່ປຸ່ນ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງກວ່າໃນທຸກຂົງເຂດ. 2 ຝ່າຍບັນລຸໄດ້ຄວາມເຫັນດີກ່ຽວກັບບັນດາກຳນົດທິດໃຫຍ່ ພ້ອມກັບບັນດາມາດຕະການຢ່າງລະອຽດ ເພື່ອເຮັດໃຫ້ການພົວພັນໃນທຸກດ້ານ, ຈາກການເມືອງ, ເສດຖະກິດ, ການຄ້າ, ຕະຫຼອດຮອດວັດທະນະທຳ, ການສຶກສາ… ແທດຈິງກວ່າ
      ກ່ຽວກັບການຮ່ວມມືດ້ານການເມືອງ, ຄວາມໝັັ້ນຄົງ, 2 ຝ່າຍໄດ້ຢືນຢັນວ່າ 2 ປະເທດແມ່ນຄູ່ຮ່ວມມືສຳຄັນຂອງກັນ ແລະ ມີຜົນປະໂຫຍດຍຸດທະສາດຫຼາຍຢ່າງທີ່ຄ້າຍຄືກັນ; ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງເປັນປະຈຳ. 2 ຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງມີຄວາມສົນໃຈກັນເອົາໃຈໃສ່ ແລະ ຢືນຢັນຈະສົມທົບກັບຢ່າງແໜນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ. ຝ່າຍຍີ່ປຸ່ນ ພ້ອມແລ້ວທີ່ຈະໜູນຊ່ວຍສະໜອງກ່ຳປັ່ນລາດຕາເວັນຕື່ມອີກ ເພື່ອຍົກສູງກຳລັງປະຕິບັດກົດໝາຍທາງທະເລໃຫ້ຫວຽດນາມ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີນຳກັນກ່ຽວກັບຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ຄວນມີການກະທຳພຽງລຳພັງຝ່າຍດ່ຽວລວມທັງການຫັນເປັນການທະຫານ, ການປ່ຽນແປງສະພາບເດີມ, ກໍ່ຄວາມສັບສົນ, ເປີດກວ້າງການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຊຸກຍູ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດການທາງການທູດ ແລະ ກົດໝາຍ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ  ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດໂດຍໄວ.
      ກ່ຽວກັບດ້ານເສດຖະກິດ, ການລົງທຶນ ຍິ່ປຸ່ນ ຢືນຢັນສືບຕໍ່ສະໜອງການໜູນຊ່ວຍພັດທະນາເປັນທາງການ (ODA) ໃຫ້ແກ່ຫວຽດນາມ, ບຸລິມະສິດໜູນຊ່ວຍການປະຕິຮູບ, ກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ນອນນັ້ນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 23, ເຊິ່ງແມ່ນເວທີປາໄສເຈລະຈານະໂຍບາຍທີ່ມີອິດທິພົນຊື່ສຽງໃນພາກພື້ນ, ເຊິ່ງຖືກດຳເນີນຢູ່ໂຕກ່ຽວ ໃນລະຫວ່າງວັນທີ 05 – 06 ມິຖຸນາ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top