ຂ່າວສານ
ຍັງບໍ່ທັນມີຂ່າວຄາວກ່ຽວກັບຊາວ ຫວຽດນາມ ຖືກເສຍຊີວິດ ຫຼື ຮັບບາດເຈັບຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ ອິນໂດເນເຊຍ
ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຮີບເຮັ່ງຊອກຮູ້ຂໍ້ມູນຂ່າວກ່ຽວກັບຊາວ ຫວຽດນາມ ຢູ່ເຂດນີ້ຖືກຜົນສະທ້ອນ ແລະ ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍຈຳເປັນ. ມາຮອດປະຈຸບັນ ຍັງບໍ່ທັນມີຂ່າວຄາວກ່ຽວກັບຊາວ ຫວຽດນາມ ຖືກເສຍຊີວິດ ຫຼື ຮັບບາດເຈັບໃນເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກເທື່ອ. ນັກສຶກສາ ຫວຽດນາມ 10 ຄົນ ພວມຮ່ຳຮຽນຢູ່ມະຫາວິທະຍາໄລ Tadulako, ນະຄອນ Palu ລ້ວນແຕ່ປອດໄພ.
(ແຫຼ່ງຄັດຈາກ VOV)