• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງລັດ ຫວຽດນາມ

      ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານ ສະຫະພັນລັດຖະສະພາສາກົນ (IPU) ແລະ ປະທານສະພາແຫ່ງຊາດ ໂອຕາລິດ, ຕອນຄໍ່າວັນທີີ 17 ສິງຫາ (ຕາມເວລາຫວຽດນາມ), ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ ຄັ້ງທີ 13. 
            ກອງປະຊຸມດັ່ງກ່າວ ໂດຍ IPU ສົມທົບກັບສະພາແຫ່ງຊາດ ໂອຕາລິດ ແລະ ສະຫະພາບເອີຣົບຈັດຕັ້ງ, ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 17 – 18 ສິງຫາ ດ້ວຍຫົວຂໍ້ “ການນໍາພາຂອງແມ່ຍິງຢູ່ສະພາແຫ່ງຊາດໃນໄລຍະໂລກລະບາດໂຄວິດ - 19 ແລະ ການຟື້ນຟູພາຍຫຼັງໂລກລະບາດ.   
   

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: quochoi.vn)
      ໃນຫົວເລື່ອງ 1 ກ່ຽວກັບເນື້ອໃນ: “ຍົກສູງກໍາລັງຄວາມສາມາດໃນການຄຸ້ມຄອງວິກິດການຂຶ້ນສູ່ລະດັບສູງໃໝ່”, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖືວ່າ: ຫວຽດນາມ   ຍາມໃດກໍຊຸກຍູ້ບັນດາບຸລິມະສິດກ່ຽວກັບໂຄງການດໍາເນີນງານ ແລະ ບັນດາຂໍ້ລິເລີ່ມຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກຍິງ, ພິເສດແມ່ນໃນສະພາບການເກີດວິກິດການດ້ານສາທາລະນະສຸກທົ່ວໂລກ ພ້ອມກັບຜົນຮ້າຍຢ້ອນຫຼັງຂອງໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນ້ັນໜັກວ່່າ ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງລັດຫວຽດນາມ. ທ່ານນາງກ່າວວ່າ:
        “ຕ້ອງເພີ່ມທະວີບັນດາການເຄື່ອນໄຫວຂອງລັດຖະສະພາ, ການສ້າງກົດໝາຍ, ຕິດຕາມໜູນຊ່ວຍຍົກສູງກໍາລັງຄວາມສາມາດຂອງແມ່ຍິງໃຫ້, ກຽມພ້ອມຮັບມືກັບໂລກລະບາດ ແລະ ຊຸກຍູ້ບົດບາດນໍາພາຂອງແມ່ຍິງໃນບັນດາກໍລະນີທີ່ຮີບດ່ວນ; ເພີ່ມທະວີການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນເພດຊາຍໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຜັນຂະຫຍາຍບັນດາຂໍ້ລິເລີ່ມໃນການຄວບຄຸມວິກິດການ; ສືບຕໍ່ເປີດກວ້າງການຮ່ວມມືຫຼາຍຝ່າຍໃນຂອດສ້າງກົດໝາຍ ແລະ ປະຕິບັດກົດໝາຍ, ປະກອບສ່ວນຍົກສູງແຫຼ່ງກໍາລັງ, ແບ່ງປັນປະສົບການ ແລະ ຕົວຢ່າງຕົວຈິງທີ່ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍໄດ້ເປັນຢ່າງດີ, ມຸ່ງໄປເຖິງການບັນລຸເປົ້າໝາຍພັດທະນາແບບຍືນຍົງ”.
        ກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ ຖືກດໍາເນີນກ່ອນກອງປະຊຸມສຸດຍອດຂອງປະທານສະພາແຫ່ງຊາດໂລກຄັ້ງທີ 5 ເຊ່ິງຕາມແຜນການແມ່ນຈະດໍາເນີນໃນວັນທີ 19 – 20 ສິງຫານີ້. 
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top