• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືໃນຂົງເຂດແຮ່ທາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

      ຫວ່າງມໍ່ໆມານີ້, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດຕັ້ງກອງປະຊຸມສຳມະນາລະດັບພາກພື້ນ ກ່ຽວກັບແງ່ຫວັງພັດທະນາການຮ່ວມມືໃນຂົງເຂດແຮ່ທາດ (DPAMC) ແລະ ຄົ້ນຄວ້າຂອບເຂດຂອງລະບົບຂໍ້ມູນຂ່າວສານ ແລະ ຖານຂໍ້ມູນກ່ຽວກັບແຮ່ທາດ ອາຊຽນ (AMDIS).
(ພາບປະກອບ: chinhphu.vn)
      ກອງປະຊຸມສຳມະນາຖືກດຳເນີນພາຍໃນ 2 ວັນ ແລະ ປຶກສາຫາລືກ່ຽວກັບການຄົ້ນພົບ ແລະ ຂໍ້ສະເໜີເບື້ອງຕົ້ນໃນບັນດາຮ່າງບົດຄົ້ນຄວ້າກ່ຽວກັບ DPAMC ແລະ ບົດລາຍງານກຳນົດຂອບເຂດ AMDIS ໃນຂອບເຂດໂຄງການເພີ່ມທະວີການຮ່ວມມືແຮ່ທາດ ອາຊຽນ.
        ການຄົ້ນຄວ້າກ່ຽວກັບ DPAMC ຈະພິຈາລະນາສະພາບການພັດທະນາ ແລະ ຮ່ວມມືໃນຂົງເຂດແຮ່ທາດ ອາຊຽນ ໃນສະພາບການລວມຂອງຕະຫຼາດທົ່ວໂລກ ແລະ ຂະແໜງອຸດສາຫະກຳແຮ່ທາດ, ພ້ອມທັງສະເໜີບັນດາຍຸດທະສາດ ແລະ ມາດຕະການຂອງພາກພື້ນ. ບັນດາຂໍ້ສະເໜີຂອງການຄົ້ນຄວ້າດັ່ງກ່າວ ຄາດວ່າຈະຊ່ວຍກຳນົດທິດທາງການຮ່ວມມືໃນຂົງເຂດແຮ່ທາດ ອາຊຽນ ໃນອະນາຄົດ ແລະ ຈະໄດ້ພິຈາລະນາໃນໄລຍະທີ 2 (2021 – 2025) ຂອງແຜນການດຳເນີນງານ ກ່ຽວກັບການຮ່ວມມືໃນຂົງເຂດແຮ່ທາດ ອາຊຽນ. ໃນຂະນະນັ້ນ, ການສ້າງຖານຂໍ້ມູນກ່ຽວກັບແຮ່ທາດ ອາຊຽນ ຢ່າງມີປະສິດທິຜົນ ຈະສ້າງເງື່ອນໄຂລົງທຶນທີ່ຈຳເປັນໃນວຽກງານສຳຫຼວດ ແລະ ພັດທະນາຂະແໜງແຮ່ທາດໃນພາກພື້ນ. ຄາດວ່າ ບັນດາຂໍ້ສະເໜີຂອງການຄົ້ນຄວ້າກຳນົດຂອບເຂດ AMDIS ຈະໄດ້ຮັບການພິຈາລະນາເພື່ອແນໃສ່ເພີ່ມທະວີລະບົບໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top