ຝຣັ່ງ ເປັນຄູ່ຮ່ວມມື ການຄ້າ ເອີຣົບ ໃຫຍ່ອັນດັບທີຫ້າ ຂອງ ຫວຽດນາມ (ຖັດຈາກ ເຢຍລະມັນ, ອັງກິດ, ໂຮນລັງ, ອີຕາລີ). ປີ 2017, ການແລກປ່ຽນການຄ້າສອງສົ້ນ ບັນລຸ 4,6 ຕື້ ໂດລາສະຫະລັດ (ເພີ່ມ 11,6% ເມື່ອທຽບກັບປີ 2016), ໃນນັ້ນ ວົງເງິນການຄ້າສົ່ງອອກ ໄປຕະຫຼາດ ຝຣ່ັງ ບັນລຸ 3,35 ຕື້ ໂດລາສະຫະລັດ (ຕົ້ນຕໍແມ່ນເກີບ, ເກີດແຕະ, ເຄື່ອງຕຳ່ແຜ່ນຕັດຫຍິບ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ດິນເຜົາເຄືອບ, ຫວາຍ, ໄມ້ໄຜ່ສານ, ສິນໃນນຳ້, ພາຫະນະເຄື່ອງຈັກ, ສິ້ນສ່ວນຍ່ອຍເຄື່ອງເອເລັກໂຕຣນິກ). ວົງເງິນນຳເຂົ້າ ຂອງ ຫວຽດນາມ ຈາກ ຝຣັ່ງ ບັນລຸ 1,27 ຕື້ ໂດລາສະຫະລັດ (ຕົ້ນຕໍ ແມ່ນ ອຸປະກອນການບິນ, ເຄື່ອງຈັກອຸດສາຫະກຳ, ຢາປົວພະຍາດ, ທາດເຄມີ ແລະ ເຄື່ອງສຳອາງ). ການແລກປ່ຽນການຄ້າ ລະຫວ່າງ ສອງປະເທດ ໃນ 6 ເດືອນ ຕົ້ນປີ 2018 ບັນລຸ 2,3 ຕື້ ໂດລາສະຫະລັດ. |