• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວກະສິກອນຫວຽດນາມກະກຽມໃຫ້ກະສິກຳ 4.0

      ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງເວທີປາໄສຊາວກະສິກອນຫວຽດນາມ ຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ຊາວກະສິກອນກະກຽມໃຫ້ກະສິກຳ 4.0”.

(ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ)
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ.
        “ເນື້ອແທ້ຂອງການປະຕິວັດ 4.0 ນັ້ນແມ່ນນຳໃຊ້ຜົນງານດ້ານເຕັກໂນໂລຊີ ເພື່ອປ່ຽນແປ່ງວີທີການຜະລິດ. ກະສິກຳ 4.0 ແມ່ນວຽກງານຢູ່ບັນດາເຂດທົ່ງນາ ດ້ວຍວິທີບັນຊາຈາກທາງໄກ ໃນວິວັດການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນກະເສດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ.”
        ປຶກສາຫາລືທີ່ເວທີປາໄສ, ຜູ້ແທນບາງທ່ານໄດ້ຖືວ່າ, ປະຈຸບັນກະສິກຳຂອງພວກເຮົາຍັງຖືກຈຳກັດຢູ່, ຂາດການຮ່ວມສຳພັນລະຫວ່າງວິສາຫະກິດ ແລະ ຊາວກະສິກອນ. ວິທະຍາສາດເຕັກໂນໂລຊີແມ່ນມາດຕະການບັງຄັບໃຫ້ຊາວກະສິກອນຕ້ອງໝູນໃຊ້, ໃນນັ້ນ, ຕ້ອງການທີ່ສຸດແມ່ນການເຊື່ອມຕໍ່ກັບວິສາຫະກິດ, ຮ່ວມສຳພັນ, ຕິດພັນກັບຕະຫຼາດເພື່ອເຮັດກະສິກຳ 4.0.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top