• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈົ່ງມີນ້ຳໃຈບຸກຕີຢ່າງໝັ້ນຄົງ,ຂ້ຽວຂາດໃນການພັດທະນາປະເທດຊາດຄືທິມບານເຕະ U23 ຫວຽດນາມ

      ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ທິມບານເຕະ U23 ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຄູຝຶກເອກທິມຊາດບານເຕະ U23 ຫວຽດນາມ, ທ່ານ Park Hang Seo, ສັນຊາດ ສ. ເກົາຫຼີ, ຍ້ອນບັນດາຜົນງານດີເດັ່ນໃນວຽກງານຝຶກອົບຮົມໃຫ້ທິມຊາດບານເຕະຍາດໄດ້ຜົນງານສູງໃນ ການແຂ່ງຂັນຊິງຊະນະເລີດ U23 ອາຊີ

ທ່ານ ຫງວຽນຊວນຟຸກ ແລະ ທິມຊາດບານເຕະ U23 ຫວຽດນາມ

ຕອນຄ່ຳວັນທີ 28 ມັງກອນ,  ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບບັນດາສະມາຊິກໃນທິມບານເຕະ U23 ຫວຽດນາມ, ທີ່ຫາກໍ່ກັບຄືນປະເທດພາຍຫຼັງຄ້ວາໄດ້ຫຼຽນເງິນໃນການແຂ່ງຂັນຊິງຊະນະເລີດ U23 ອາຊີ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ທິມບານເຕະ U23 ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຄູຝຶກເອກທິມຊາດບານເຕະ U23 ຫວຽດນາມ, ທ່ານ Park Hang Seo, ສັນຊາດ ສ. ເກົາຫຼີ, ຍ້ອນບັນດາຜົນງານດີເດັ່ນໃນວຽກງານຝຶກອົບຮົມໃຫ້ທິມຊາດບານເຕະຍາດໄດ້ຜົນງານສູງໃນ ການແຂ່ງຂັນຊິງຊະນະເລີດ U23 ອາຊີ; ມອບຫຼຽນໄຊແຮງງານຊັ້ນສາມໃຫ້ຜູ້ຮັກສາປະຕູ ບຸ່ຍຕ໋ຽນຢູ້ງ, ກອງກາງ ຫງວຽນກວາງຫາຍ - ທິມບານເຕະ U23 ຫວຽດນາມ ຍ້ອນມີບັນດາຜົນງານພິເສດທີ່ການແຂ່ງຊິງຂັນຊະນະເລີດ U23 ອາຊີ.

        ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

“ພວກເພື່ອນແມ່ນຜູ້ສ້າງເປັນສິ່ງມະຫັດສະຈັນໃຫ້ບານເຕະ ອາຊີ, ເຊິ່ງໄຊຊະນະໃນຄັ້ງນີ້ບໍ່ແມ່ນຄວາມໂຊກດີ, ຫາກແມ່ນສູ້ຊົນທີ່ໝັ້ນຄົງໜຽວແໜ້ນຢ່າງຕໍ່ເນື່ອງໃນການແຂ່ງຂັນ. ທິມບານເຕະໄດ້ໄຊຊະນະຕໍ່ບັນດາທິມບານເຕະຕ່າງປະເທດທີ່ເຂັ້ມແຂງ ແຕ່ເສຍດາຍໃນຈຸດຖືກໂຊກຮ້າຍເທົ່ານັ້ນ. ພວກນ້ອງຖືກເສຍໜຶ່ງນັບ, ແຕ່ໄດ້ຮັບໄຊຊະນະໃນຫົວໃຈຂອງປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ວາ 90 ລ້ານຄົນ.”

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top