• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຢັ້ງຢືນ ທຸກກົນອຸບານມ້າງທຳລາຍສາຍພົວພັນ ລະຫວ່າງ ຈີນ ແລະ ລັດເຊຍ ຈະບໍ່ປະສົບຜົນສຳເລັດ

      ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ ແລະ ລັດເຊຍ ໃນຍຸກສະໄໝໃໝ່ ແມ່ນການພົວພັນຮ່ວມດ້ານ, ບໍ່ຫົວຊາຕໍ່ການປ່ຽນແປງ ແລະ ການຮ່ວມມືລະຫວ່າງສອງຝ່າຍ ຈະບໍ່ມີຂໍ້ຈຳກັດ. 
ທ່ານ ຈ໊າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: Reuters)
      ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ໃນຕອນບ່າຍວັນທີ 15 ມິຖຸນາ, ທ່ານ ຈ໊າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ ແລະ ລັດເຊຍ ໃນຍຸກສະໄໝໃໝ່ ແມ່ນການພົວພັນຮ່ວມດ້ານ, ບໍ່ຫົວຊາຕໍ່ການປ່ຽນແປງ ແລະ ການຮ່ວມມືລະຫວ່າງສອງຝ່າຍ ຈະບໍ່ມີຂໍ້ຈຳກັດ. ທ່ານກໍເນັ້ນໜັກວ່າ ບໍ່ວ່າກົນອຸບາຍໃດທີ່ແນໃສ່ມ້າງທຳລາຍການພົວພັນລະຫວ່າງ ຈີນ ແລະ ລັດເຊຍ ຈະລ້ວນແຕ່ຖືກປະລາໄຊ.
        ຖະແຫຼງການດັ່ງກ່າວ ຂອງ ຈີນ ໄດ້ຍົກອອກມາ ພາຍຫຼັງທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງກັບສື່ມວນຊົນ ອາເມລິກາ ແລະ ຢືນຢັນຄວາມເພິ່ງພໍໃຈຕໍ່ການພົວພັນລະຫວ່າງ ລັດເຊຍ - ຈີນ ໄດ້ບັນລຸລະດັບສູງ ໂດຍບໍ່ເຄີຍມີມາກ່ອນ”, ກໍຄືຕີລາຄາສູງຕໍ່ເລື່ອງສອງປະເທດຮັກສາຄວາມໄວ້ວາງໃຈ ແລະ ຮ່ວມມືກັນຢູ່ໃນລະດັບສູງ ໃນຫຼາຍຂົງເຂດ. ຕາມໂຄສົກກະຊວງການຕ່າງປະເທດ ຈີນ ແລ້ວ, ປັກກິ່ງ ແລະ ມົດສະກູ “ມີຄວາມສາມັກຄີກັນເໝືອນດັ່ງພູຜາຢ່າງແທ້ຈິງ, ໄມຕີຈິດມິດຕະພາບລະຫວ່າງສອງປະເທດບໍ່ອາດຖືກມ້າງທຳລາຍ”.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top