• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນລົງໂທດໂຕ້ຕອບອາເມລິກາ ກ່ຽວຂ້ອງເຖິງ ຮົ່ງກົງ

      ອາເມລິກາ ໄດ້ສວຍໃຊ້ບັນຫາຮົ່ງກົງ ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຈີນ ຢ່າງຮ້າຍແຮງ, ສ້າງຄວາມເສຍຫາຍເຖິງຜົນປະໂຫຍດຫຼັກແຫຼ່ງຂອງປະເທດນີ້.

ທ່ານນາງໂຄຊົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ
(ພາບ: CFP)
      ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 10 ທັນວາ, ທ່ານນາງໂຄຊົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຖະແຫຼງວ່າ, ປະເທດນີ້ຕົກລົງທົງໂທດເຈົ້າໜ້າທີ່ ແລະ ບຸກຄະລາກອນທີ່ເຮັດວຽກໃນກົງຈັກບໍລິຫານ, ສະພາແຫ່ງຊາດ, ອົງການບໍ່ຂຶ້ນກັບລັດຖະບານຂອງອາເມລິກາ ບາງຄົນ ແລະ ຍາດຕິພີນ້ອງຂອງເຂົາເຈົ້າ ທີ່ມີການກະທຳ ແລະ ເປັນຜູ້ຮັບຜິດຊອບຕົ້ນຕໍໃນບັນດາບັນຫາກ່ຽວຂ້ອງເຖິງ ຮົ່ງກົງ. ພ້ອມທັງ, ຕົກລົງຍົກເລີກບຸລິມະສິດໃນການຍົກເວັ້ນວີຊາໃຫ້ບັນດາຜູ້ຖືໜັງສືຜ່ານແດນທາງການທູດຂອງອາເມລິກາ ເມື່ອມາຢ້ຽມຢາມ ຮົ່ງກົງ ແລະ ມາເກົ້າ (ຈີນ).
ທ່ານນາງ ຄວາຈວນຢິງ ໄດ້ກ່າວຫາວ່າ, ອາເມລິກາ ໄດ້ສວຍໃຊ້ບັນຫາຮົ່ງກົງ ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຈີນ ຢ່າງຮ້າຍແຮງ, ສ້າງຄວາມເສຍຫາຍເຖິງຜົນປະໂຫຍດຫຼັກແຫຼ່ງຂອງປະເທດນີ້.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top