• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈິນຕະນາການໃໝ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການກໍ່ສ້າງ ແລະ ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

      ການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ ຕິດພັນກັບການສ້າງຄວາມໝັ້ນຄົງເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຈຸດໃໝ່ໃນການພັດທະນາຈິນຕະນາການການທະຫານ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ ແລະ ແມ່ນຄວາມຕັດສິນໃຈດ້ານການເມືອງຂອງ ພັກ ເຊິ່ງໄດ້ສະແດງຢ່າງຈະແຈ້ງໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
(ພາບປະກອບ: vov.vn)
      ໃນບົດຂຽນດ້ວຍຫົວຂໍ້ “ຈິນຕະນາການໃໝ່ຂອງພັກ ກ່ຽວກັບການກໍ່ສ້າງ ແລະ ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ” ທີ່ໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV.VN) ໃນວັນທີ 18 ມັງກອນ, ທ່ານພົນຈັດຕະວາ ຫງວຽນບ໊າເຢືອງ, ອະດີດຫົວໜ້າວິທະຍາຄານວິທະຍາສາດ - ສັງຄົມ ວິຊາສະເພາະການທະຫານ ກະຊວງປ້ອງກັນປະເທດ, ເນັ້ນໜັກວ່າ: ການກໍ່ສ້າງ, ປັບປຸງວຽກງານປ້ອງກັນຊາດ, ຮັກສາຄວາມສະຫງົບແຫ່ງຊາດ ແມ່ນໜ້າທີ່ຄວາມຮັບຜິດຊອບຕົ້ນຕໍ, ຕ້ອງປະຕິບັດເປັນປະຈຳຂອງພັກ, ລັດ ແລະ ຂອງທັງລະບົບການເມືອງ. ຕາມທ່ານ ຫງວຽນບ໊າເຢືອງ ແລ້ວ, ການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ ຕິດພັນກັບການສ້າງຄວາມໝັ້ນຄົງເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຈຸດໃໝ່ໃນການພັດທະນາຈິນຕະນາການການທະຫານ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ ແລະ ແມ່ນຄວາມຕັດສິນໃຈດ້ານການເມືອງຂອງ ພັກ ເຊິ່ງໄດ້ສະແດງຢ່າງຈະແຈ້ງໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຫົວຄິດປະດິດສ້າງໃນຈິນຕະນາການທິດສະດີຂອງພັກ ກ່ຽວກັບການແກ້ໄຂສາຍພົວພັນລະຫວ່າງການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນ ຫັນການພົວພັນດັ່ງກ່າວເປັນລະອຽດໃນຍຸດທະສາດ, ການວາງແຜນຜັງພັດທະນາເສດຖະກິດ - ສັງຄົມ, ຕິດພັນກັບສະພາບການຕົວຈິງໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ເພີ່ມທະວີການສົມທົບການເຄື່ອນໄຫວລະຫວ່າງບັນດາຂົງເຂດໃຫ້ຄົບຊຸດ, ກົມກຽວ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top