• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳເປັນຕ້ອງປະກາດໃຊ້ມະຕິກ່ຽວກັບກົນໄກ,ນະໂຍບາຍພັດທະນານະຄອນ ໂຮ່ຈີມິນ

      ບັນດາ ສສຊ ຖືວ່າ ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີຂອບຂະໜາດ, ພົນລະເມືອງໜ້າແໜ້ນ, ແມ່ນສູນກາງເສດຖະກິດໃຫຍ່ທີ່ສຸດ, ລາຍຮັບສະເລ່ຍຕໍ່ຫົວຄົນສູງທີ່ສຸດ ແລະ ແມ່ນທ້ອງຖິ່ນທີ່ປະກອບສ່ວນເຂົ້າງົບປະມານຫຼາຍທີ່ສຸດໃນທົ່ວປະເທດ
      ຕອນເຊົ້າວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຮ່າງມະຕິກ່ຽວກັບກົນໄກ, ນະໂຍບາຍພັດທະນານະຄອນ ໂຮ່ຈີມິນ. ສະມາຊິກສະພາແຫ່ງຊາດ (ສສຊ) ສ່ວນຫຼາຍເຫັນດີເຫັນພ້ອມກັບເລື່ອງປະກາດໃຊ້ມະຕິກ່ຽວກັບກົນໄກ, ນະໂຍບາຍພັດທະນານະຄອນ ໂຮ່ຈີມິນ.
        ບັນດາ ສສຊ ຖືວ່າ ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີຂອບຂະໜາດ, ພົນລະເມືອງໜ້າແໜ້ນ, ແມ່ນສູນກາງເສດຖະກິດໃຫຍ່ທີ່ສຸດ, ລາຍຮັບສະເລ່ຍຕໍ່ຫົວຄົນສູງທີ່ສຸດ ແລະ ແມ່ນທ້ອງຖິ່ນທີ່ປະກອບສ່ວນເຂົ້າງົບປະມານຫຼາຍທີ່ສຸດໃນທົ່ວປະເທດ. ແຕ່ກົນໄກນະໂຍບາຍທີ່ພວມປະກາດໃຊ້ບໍ່ໄດ້ສ້າງເງື່ອນໄຂເພື່ອໃຫ້ນະຄອນ ໂຮ່ຈີມິນ ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ. ດັ່ງນັ້ນ, ມີກົນໄກນະໂຍບາຍຈຳເພາະສຳລັບນະຄອນໂຮ່ຈີມິນ ເພື່ອສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງທົ່ວປະເທດ. ທ່ານ ຫງວຽນທ໋າຍຫ໋ອກ, ສສຊ ແຂວງ ຟູ໋ອຽນ, ປະກອບຄຳເຫັນວ່າ:
        “ໃນບັນດາກົນໄກນະໂຍບາຍຈຳເພາະທີ່ສະຫງວນໃຫ້ນະຄອນໂຮ່ຈີມິນ ມີເນື້ອໃນແກ້ໄຂຄວາມຮຽກຮ້ອງຮີບດ່ວນສະເພາະໜ້າໄດ້, ຄືເພີ່ມແຫຼ່ງກຳລັງ, ການລົງທຶນກໍ່ສ້າງໂຮງຮຽນ, ໂຮງໝໍ, ເສັ້ນທາງຄົມມະນາຄົມ. ມີບາງເນື້ອໃນຮຽກຮ້ອງຕ້ອງມີເວລາ, ຂັ້ນຕອນຜັນຂະຫຍາຍ. ເຖິງວ່າ ໃນສະເພາະໜ້າ ຫຼື ຍາວນານ, ເຖິງວ່າຈະມີຄວາມສະດວກ ຫຼື ຫຍຸ້ງຍາກນີ້ກໍ່ແມ່ນບັນດາວຽກງານທີ່ຈຳເປັນຕ້ອງບຸລິມະສິດ, ເພື່ອໃຫ້ນະຄອນຜັນຂະຫຍາຍປະຕິບັດທົດລອງໂດຍໄວ.”
        ສ່ວນທ່ານ ເຢືອງມີງຕ໋ວນ, ສສຊ ແຂວງ ບ່າເຣ້ຍ - ຫວູງເຕົາ, ຖືວ່າ:
        “ມີກົນໄກແກ້ໄຂໃໝ່ເພື່ອໃຫ້ນະຄອນ ໂຮ່ຈີມິນ ບືນຕົວຂຶ້ນ ແມ່ນຈຳເປັນທີ່ສຸດໃນເວລານີ້. ກຳລັງວິສາຫະກິດນະຄອນໃຫຍ່ທີ່ສຸດໃນທົ່ວປະເທດ, ໄດ້ປະກອບສ່ວນ 1/3 ເຂົ້າລາຍຮັບງົບປະມານ. ດັ່ງນັ້ນ, ຂ້າພະເຈົ້າເຫັນວ່າ ການປະກາດໃຊ້ມະຕິ ກ່ຽວກັບການທົດລອງກົນໄກນະໂຍບາຍຈຳເພາະ ໃນການພັດທະນານະຄອນ ໂຮ່ຈີມິນ, ຕາມນັ້ນແລ້ວ, ຕ້ອງແບ່ງຂັ້ນແບ່ງສິດອຳນາດໃຫ້ແກ່ສະພາປະຊາຊົນນະຄອນຫຼາຍກ່ວາ.”
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top