• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງາ​ນ​ວາງ​ສະ​ແດງ​ຮູບ​ຖ່າຍ “ການ​ພ​ົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ”

“ງານວາງສະແດງຮູບຖ່າຍຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນມູນເຊື້ອໄມຕີຈິດມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມກັນມຸ່ງໄປສູ່ອະນາຄົດແຫ່ງການຮ່ວມມືນັບມື້ນັບຍືນຍົງ ແລະ ມີປະສິດທິຜົນ. ງານວາງສະແດງແມ່ນການເຄື່ອນໄຫວວັດທະນະທຳມີຄວາມໝາຍຕັກເຕືອນປະຊາຊົນສອງປະເທດລຸ້ນຕ່າງໆ ຄວນຈົດຈຳມູນເຊື້ອການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ..."

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ.

ບັນດາຜູ້ແທນເຂົ້າຮ່ວມພິທີໄຂ 

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຖືວ່າ:
“ງານວາງສະແດງຮູບຖ່າຍຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນມູນເຊື້ອໄມຕີຈິດມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມກັນມຸ່ງໄປສູ່ອະນາຄົດແຫ່ງການຮ່ວມມືນັບມື້ນັບຍືນຍົງ ແລະ ມີປະສິດທິຜົນ. ງານວາງສະແດງແມ່ນການເຄື່ອນໄຫວວັດທະນະທຳມີຄວາມໝາຍຕັກເຕືອນປະຊາຊົນສອງປະເທດລຸ້ນຕ່າງໆ ຄວນຈົດຈຳມູນເຊື້ອການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຜ່ານງານວາງສະແດງຄັ້ງນີ້ ພ້ອມກັບການພົວພັນດ້ານການເມືອງ, ເສດຖະກິດ, ການພົວພັນຮ່ວມມື, ແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ ຈະປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.”

ດ້ວຍຮູບຖ່າຍກວ່າ 100 ແຜ່ນ, ງານວາງສະແດງຄັ້ງນີ້ຢາກແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື  ຂະບວນວິວັດການແຫ່ງການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ຢັ້ງຢືນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ສາຍພົວພັນ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ງານວາງສະແດງກສຸມໃສ່ແນະນຳເຖິງທ່ານຜູ້ຊົມກ່ຽວກັບຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານ ໄກສອນ ພົມວິຫານ - ເຊິ່ງເປັນເພື່ອນມິດສະຫາຍທີ່ສະໜິດສະໜົມຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ; ແນະນຳຮູບພາບ, ປະເທດລາວ ລ້ານຊ້າງ ທີ່ສວຍງາມ, ມີມູນເຊື້ອປະຫວັດສາດ ແລະ ວັດທະນະທຳຫຼາຍຢ່າງ, ພິເສດແມ່ນບັນດາຜົນງານສຳຄັນ ເຊິ່ງປະຊາຊົນ ລາວ ບັນລຸໄດ້.

        ທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ  ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ທີ່ໄດ້ມີຂໍ້ລິເລີ່ມ ແລະ ຈັດຕັ້ງເຫດການນີ້ຂຶ້ນ ເຊິ່ງເປັນຂອງຂວັນອັນລ້ຳຄ່າເພື່ອສະເຫຼີມສະຫຼອງສອງເຫດການປະຫວັດສາດສຳຄັນຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top