• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານແຂ່ງຂັນແລ່ນພູມມີປະເທດໃຫຍ່ທີ່ສຸດຢູ່ຫວຽດນາມ 2019 ຢູ່ຊາປາ

ງານແຂ່ງຂັນແລ່ນພູມມີປະເທດໃຫຍ່ທີ່ສຸດຢູ່ຫວຽດນາມ - Vietnam Mountain Marathon (VMM) 2019 ຄັ້ງທີ 7 ໄດ້ດຳເນີນໃນລະຫວ່າງວັນທີ 20 – 22 ກັນຍາ, ຢູ່ເທດສະບານເມືອງ ຊາປາ, ແຂວງລາວກາຍ.


ງານແຂ່ງຂັນ Vietnam Mountain Marathon 2019

(ພາບ: TTXVN)


ງານແຂ່ງຂັນດັ່ງກ່າວໄດ້ຈັດຕັ້ງປະຈຳປີ, ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍ ສົມທົບກັບບໍລິສັດ Topas Travel ຈັດຕັ້ງຂຶ້ນ.

        ງານແຂ່ງຂັນປີນີ້ ໂດຍມີການເຂົ້າຮ່ວມຂອງນັກກິລາກວ່າ 4.000 ຄົນທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນແລ່ນໃນໄລຍະທາງ: 10 ກ.ມ, 15 ກ.ມ, 21 ກ.ມ, 42 ກ.ມ, 70 ກ.ມ ແລະ 100 ກ.ມ, ຢູ່ຕາມເສັ້ນທາງແຂ່ງຂັນຂຶ້ນກັບເຂດພູ ຮ່ວາງລຽນເຊີນ.

        ໝາກຜົນການແຂ່ງຂັນຊາຍດ່ຽວ - ຍິງດ່ຽວທີ່ຍາດໄດ້ລາງວັນທີ 1 ຄື: ໄລຍະທາງ 100 ກ.ມ ແມ່ນນັກກິລາຫວຽດນາມ ແລະ ແບນຊິກ; ໄລຍະທາງ 70 ກ.ມ ແມ່ນນັກກິລາມາຈາກແດນມາກ ແລະ ຈີນ; ໄລຍະທາງ 42 ກ.ມ ແມ່ນນັກກິລາມາຈາກຫວຽດນາມ ແລະ ແບນຊິກ; ໄລຍະທາງ 21 ກ.ມ ແມ່ນນັກກິລາມາຈາກຫວຽດນາມ ແລະ ອາຟະລິກາໃຕ້; ໄລຍະທາງ 15 ກ.ມ ແມ່ນນັກກິລາມາຈາກແບນຊິກ ແລະ ໄທ; ໄລຍະທາງ 10 ກ.ມ ແມ່ນນັກກິລາມາຈາກຫວຽດນາມ ທັງ 2 ຄົນ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top