• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ

      ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 9 ມິຖຸນາ, ຢູ່ນະຄອນ ແທງຮ໋ວາ, ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ. 
ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ - ảnh 1 
ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 9 ມິຖຸນາ
      ງານວາງສະແດງໄດ້ແນະນຳເຖິງຜູ້ຊົມຮູບຖ່າຍກ່ວາ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ທີ່ໄດ້ສ່ອງແສງຄວາມງາມຂອງປະເທດຊາດ, ປະຊາຊົນບັນດາປະເທດ ອາຊຽນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຊົນເຜົ່າໃນປະຊາຄົມບັນດາປະເທດ ອາຊຽນ. ພິເສດຢູ່ບ່ອນສຳຄັນໃນງານວາງສະແດງແມ່ນຍັງປະກົດມີສະແຕມ ແລະ ແບບກາປະທັບລວມຂອງບັນດາປະເທດ ອາຊຽນ.
        ງານວາງສະແດງດັ່ງກ່າວ ຈະແກ່ຍາວຮອດວັນທີ 12 ມິຖຸນາ. ຫຼັງຈາກນັ້ນ, ບັນດາຮູບຖ່າຍ, ຟິມຮູບເງົານີ້ຈະມອບໃຫ້ຄະນະກຳມະການປະຊາຊົນແຂວງ ແທງຮ໋ວາ, ເພື່ອສືບຕໍ່ໂຄສະນາ, ເຜີຍແຜ່ ກ່ຽວກັບປະຊາຄົມ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top