• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ ເຊີດຊູຊຸດເສື້ອຍາວຫວຽດນາມ

      ຕອນຄ່ຳວັນທີ 17 ມີນາ, ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019 ໄດ້ປິດລົງ, ພາຍຫຼັງດຳເນີນມາເປັນເວລາ 2 ອາທິດ (ນັບແຕ່ວັນທີ 02 – 17 ມີນາ) ດ້ວຍການເຄື່ອນໄຫວການສະແດງ, ການພົບປະແລກປ່ຽນ ແລະ ໂອ້ລົມສົນທະນາຢ່າງຟົດຟື້ນ.

ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ
(ພາບ: .sggp.org.vn)
      ສານທີ່ວ່າ “ຂ້າພະເຈົ້າຮັກຊຸດເສື້ອຍາວຫວຽດນາມ” ຂອງງານບຸນໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ, ອັນໄດ້ສ້າງຄວາມສະອອນໃຈຢ່າງແຮງໃຫ້ປະຊາຊົນ, ບັນດາເພື່ອນໜຸ່ມນັບແສນຄົນ ແລະ ດຶງດູດຄວາມສົນໃຈ, ການສະໜັບສະໜູນຈາກນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.
        ງານບຸນໄດ້ປະກອບສ່ວນເຊີດຊູ, ຢືນຢັນຄຸນຄ່າແບບຍືນຍົງຂອງຊຸດເສື້ອຍາວຫວຽດນາມ ໃນຈິດໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ສ້າງເປັນຈຸດເດັ່ນໃຫ້ແກ່ທ່ອງທ່ຽວຫວຽດນາມ ແລະ ທ່ອງທ່ຽວນະຄອນໂຮ່ຈິມິນ. ທ່ານ ເລເຈືອງຮ່ຽນຮ່ວາ, ຜູ້ອຳນວຍການສູນສົ່ງເສີມການທ່ອງທ່ຽວນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.
        “ຄະນະຈັດຕັ້ງຍາມໃດກໍ່ຕັ້ງຄວາມຫວັງເຖິງການແຜ່ຂະຫຍາຍຂອງງານບຸນ ແລະ ໄດ້ຮັບການສະໜັບສະໜູນຂອງປະຊາຊົນນະຄອນໂຮ່ຈິມິນ ເວົ້າລວມ ແລະ ປະຊາຊົນໃນທົ່ວປະເທດເວົ້າສະເພາະ. ພວກຂ້າພະເຈົ້າຫວັງວ່າ, ປະຊາຊົນທຸກຊັ້ນຄົນ, ທຸກເກັນອາຍຸຈຈະພ້ອມກັນເຂົ້າຮ່ວມ ເພື່ອສົ່ງສານກ່ຽວກັບຊຸດເສື້ອຍາວປະຈຳຊາດຂອງຫວຽດນາມ”.
 (ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top