• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ລົງ​ທຶນ​ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ

ໂດຍສືບຕໍ່ກອງປະຊຸມຄັ້ງທີ 43, ວັນທີ 24 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ເອກະຊົນ (PPP). 

ກອງປະຊຸມຄັ້ງທີ 43 ຂອງ ຄະນະປະຈຳສະພາແຫ່ງຊາດ  (ພາບ: Quochoi.vn)

ຄະນະປະຈຳສະພາແຫ່ງຊາດໄດ້ສະເໜີ ກຳນົດບົດບາດຂອງການກວດສອບແບບເອກະລາດໃນໂຄງການ PPP, ຂໍ້ກຳນົດກ່ຽວກັບການເຄື່ອນໄຫວກວດກາສະເພາະກິດ ແລະ ຕິດຕາມກວດກາຂອງອົງການຄຸ້ມຄອງບໍລິຫານລັດ, ການຕີລາຄາຄຸນນະພາບຂອງແນວໂຮມປະເທດຊາດ, ຕິດຕາມກວດກາຂອງປະຊາຄົມຕໍ່ການເຄື່ອນໄຫວລົງທຶນຕາມຮູບການ PPP, ນີ້ແມ່ນບັນດາເຄື່ອງມືຂອງລັດເພື່ອແນໃສ່ຄວບຄຸມ, ຮັບປະກັນປະສິດທິຜົນຂອງໂຄງການ PPP. ທ່ານຟຸ່ງກວັກຫ໋ຽນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີວ່າ ສືບຕໍ່ສຳຫຼວດກວດກາກົນໄກບຸລິມະສິດ, ດຶງດູດການລົງທຶນທີ່ເໝາະສົມ, ຮັບປະກັນສິດຜົນປະໂຫຍດຂອງລັດ, ນັກລົງທຶນ ແລະ ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top