• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

      ຕອນເຊົ້າວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໊ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍ ໂດຍທ່ານນາງ Khuon Sudary, ຮອງປະທານສະພາແຫ່ງຊາດກຳປູເຈຍ ເປັນຫົວໜ້າຄະນະ, ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ ດຳເນີນການເຈລະຈາ
(ພາບ: Quochoi.vn)
      ພາຍຫຼັງພີທີຕ້ອນຮັບ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການເຈລະຈາ.
        ທີ່ການເຈລະຈາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ຢືນຢັນວ່າ, ກຳປູເຈຍ ມີບົດຮຽນລ້ຳຄ່າຫຼາຍຢ່າງເຊິ່ງຫວຽດນາມ ຄວນຮ່ຳຮຽນຕາມໃນທຸກດ້ານ ແລະ ໃນໄລຍະຈະມາເຖິງສະເໜີໃຫ້ 2 ຝ່າຍ ຄວນສືບຕໍ່ຮັກສາການພົວພັນໃນທຸກຊ່ອງທາງການທູດຄື: ການທູດຂັ້ນພັກ, ລັດ ແລະ ປະຊາຊົນ, ພິເສດແມ່ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ; ພ້ອມທັງສຶກສາໃຫ້ລຸ້ນໜຸ່ມຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ການພົວພັນລະຫວ່າງ 2 ພັກ, 2 ລັດ… ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກໍ່ສະເໜີໃຫ້ 2 ຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ປະກອບສ່ວນຊຸກຍູ້ການພົວພັນ, ອິດທິພົນຊື່ສຽງຂອງ 2 ປະເທດ, 2 ສະພາແຫ່ງຊາດ.
        ສ່ວນທ່ານນາງ Khuon Sudary ໃຫ້ຮູ້ວ່າ, ກຳປູເຈຍ ພວມຊຸກຍູ້ບັນດາຍຸດທະສາດເພື່ອແນໃສ່ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ພິເສດ, ກຳປູເຈຍ ພວມມຸ່ງໄປເຖິງເປົ້າໝາຍເພີ່ມທະວີການສະໜອງບັນດາການບໍລິການພາກລັດເພື່ອຮັບໃຊ້ປະຊາຊົນໄດ້ເປັນຢ່າງດີກວ່າ. ທ່ານນາງ Khuon Sudary ກໍ່ຢືນຢັນວ່າ, ກຳປູເຈຍ ຍາມໃດກໍ່ຍົກສູງບັນດາປັດໃຈທາງການທູດ, ຊຸກຍູ້ເສດະກິດ, ການທ່ອງທ່ຽວ ເພື່ອເພີ່ມກຳລັງຄວາມສາມາດ ແລະ ການພັດທະນາໃຫ້ແກ່ປະເທດຊາດ.
 (ແຫຼ່ງຄັດຈາກ VOV)


 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top