• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ ເຂົ້າຮ່ວມການກະກຽມກອງປະຊຸມລັດຖະສະພາບັນດາປະເທດ ອາຊີ - ປາຊີຟິກ

      ຫວ່າງມໍ່ໆນີ້, ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ, ເຂົ້າຢ້ຽມຂ່ຳນັບທ່ານ Martin Chungong, ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU). 

ທ່ານເອກອັກຄະລັດຖະທູດ ເຢຶອງຈີ໋ຢູ້ງ (ເບື້ອງຊ້າຍ) ແລະ ທ່ານເລຂາທິການໃຫຍ່ IPU  Martin Chungong
(ພາບ: ຈາກສຳນັກຂ່າວສານ ຫວຽດນາມ)
      ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລື ກ່ຽວກັບກອງປະຊຸມລັດຖະສະພາບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ໂດຍສະຫະພັນລັດຖະສະພາສາກົນ (IPU) ແລະ ສະພາແຫ່ງຊາດ ຈັດຕັ້ງແຕ່ວັນທີ 11 -13/5 ຢູ່ນະຄອນ ໂຮ່ຈີມິນ, ສຸມໃສ່ເຂົ້າໃນການປ່ຽນແປງຂອງດິນຟ້າອາກາດ - ບັນຫາເຊິ່ງ ຫວຽດນາມ ມີບົດບາດຕັ້ງໜ້າທີ່ສຸດ. ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ ຖືວ່າ ກອງປະຊຸມຄັ້ງນີ້ຈະນຳບັນດາລັດຖະສະພາໃນພາກພື້ນຫຍັບມໍ່ເຂົ້າກັນກ່ວາ, ແບ່ງປັນບົດຮຽນ, ເສີມຂະຫຍາຍບົດບາດຕັ້ງໜ້າຂອງບັນດາລັດຖະສະພາໃນການເຄື່ອນໄຫວລະດັບຊາດ ເພື່ອແນໃສ່ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ, ພິເສດແມ່ນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ຈະສືບຕໍ່ປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ IPU ແລະ ສະພາແຫ່ງຊາດ ຫວຽດນາມ.
        ທ່ານເລຂາທິການໃຫຍ່ Martin Chungong ໃຫ້ຮູ້ວ່າ: ທ່ານຖື ຫວຽດນາມ ແມ່ນບ້ານເກີດເມືອງນອນແຫ່ງທີ 2, ພ້ອມທັງໄດ້ຢ້ຳຄືນການພົວພັນຮ່ວມມື, ພິເສດແມ່ນການຮ່ວມມື 3 ຝ່າຍໃນຂົງເຂດກະສິກຳຈາກຫຼາຍທົດສະວັດລະຫວ່າງ ຫວຽດນາມ ແລະ Cameroon - ບ້ານເກີດເມືອງນອນຂອງທ່ານ. ທ່ານກໍ່ມີຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ, ຖືວ່າ ຮູບແບບການພັດທະນາບັນລຸຜົນສຳເລັດຂອງ ຫວຽດນາມ ໃນຊຸມປີຜ່ານມາຈະແມ່ນບົດຮຽນເພື່ອໃຫ້ບັນດາປະເທດພວມພັດທະນາທາບທາມ ແລະ ໝູນໃຊ້.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top