• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນພັກກອມມຸນິດຫວຽດນາມເຂົ້າຮ່ວມເວທີປາໄສພົບປະກ້າວໜ້າອາເມລີກາລາຕີນ (ELAP) ຄັ້ງທີ 3

ທ່ານ ຫງວຽນ​ຕ໋ວນ​ຟອງ ​ພົບ​ປະ​​ກັບທ່ານ Jorger Glass
 ຮອງ​ປະ​ທາ​ນາ​ທິ​ບໍ​ດີ Ecuador
(ພາບ: ອິນເຕີແນັດ)
       ຄະ​ນະ​ຜູ້​ແທນພັກກອມ​ມູນິດ​ຫວຽດ​ນາມ ໂດຍ ທ່ານ ຫງວຽນ​ຕ໋ວນ​ຟອງ ຮອງ​ຫົວ​ໜ້າ​ຄະ​ນ​ະ​​ພົວ​ພັນ​ຕ່າງ​ປະ​ເທດ​ສຸນ​ກາງ​ນຳ​ໜ້າ, ໄດ້ເຂົ້າ​ຮ່ວມເວ​ທີ​ປາ​​ໄສ ພົບ​ປະກ້າວ​ໜ້າ ອາ​ເມ​ລີ​ກາ ລາ​ຕີນ (ELAP) ຄັ້ງ​ທີ 3, ໄດ້ສິ້ນສຸດລົງ ຢູ່ ນະ​ຄອນ Quito, Ecuador. ໃນບົດ​ປະ​ກອບຄວາມເຫັນ ທີ່ເວ​ທີ​ປາ​​ໄສ, ທ່ານ ຫງວຽນ​ຕ໋ວນ​ຟອງ ໄດ້ແບ່ງ​ປັນ​ບົດ​ຮຽນຂອງ ຫວຽດນາມ ໃນ​​ການເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ກໍ່ສ້າງສິດອຳນາດ​ປະ​ຊາ​ຊົນໃນຂັ້ນ​ຮາກ​ຖານ. ທ່ານ ຫງວຽນ​ຕ໋ວນ​ຟອງ ຢືນ​ຢັນ​ວ່າ ມະຫາສາມັກຄີທົ່ວປວງຊົນທັງຊາດ​ແມ່ນ​ປັດ​ໃຈ​ສຳ​ຄັນ ​ຕັດ​ສິນ​ຜົນ​ສຳ​ເລັດ​ຂອງ​​ການປະ​ຕິ​ວັດ​ຫວຽດ​ນາມ. ໃນ​ໄລ​ຍະເຂົ້າ​ຮ່ວມເວ​ທີ​ປາ​​ໄສ ຢູ່ Ecuador, ຄະ​ນະ​ຜູ້​ແທນພັກກອມ​ມູ​ນິດ​ຫວຽດ​ນາມ ກໍ່​ເຮັດ​ວຽກ​ກັບ​ທ່ານ Fander Falconi, ຫົວ​ໜ້າ​ຄະ​ນະ​​ພົວ​ພັນ​ຕ່າງ​ປະ​ເທດ AP. ທ່ານ Fander Falconi ຕີ​ລາ​ຄາ​ສູງ​ບັນ​ດາຜົນ​​ງານ​ດ້ານເສດ​ຖະ​ກິດ ຂອງ ຫວຽດ​ນາມ ໃນ​ຊຸມ​ປີມໍ່ໆ​ມາ​ນີ້ ກໍ່​ຄືບົດ​ບາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຂອງ​ ຫວຽດນາມ ຢູ່ອາ​​ຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້. ທ່ານ Fander Falconi ຢືນ​ຢັນ​ວ່າ Ecuador ເອົາ​ໃຈ​ໃສ່​ ​ເຖິງ​ການ​ເປີດກວ້າງ​ການ​ຮ່ວມ​ມື ໃນ​​ທຸກຂົງ​ເຂດ​ກັບ ​ຫວຽດ​ນາມ, ພິ​ເສດ​ແມ່ນ​ແລກ​ປຽນ​ດ້ານການ​ຄ້າ, ການ​ລົງ​ທຶນ ແລະ ເສດ​ຖະ​ກິດ. ສອງ​ຝ່າຍກໍ່​ເຫັນ​ດີ​ເອ​ກະ​ສັນ​ ​ເພີ່ມ​ທະ​ວີ​​ການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ກໍ່​ຄື ບົດ​ຮຽນ​ໃນ​ວຽກ​ງານກໍ່​ສ້າງພັກ ແລະ ພາ​ລະ​ກິດກໍ່​ສ້າງ​ປະ​ເທດ​ຊາດ.
        ທ່ານ ຫງວຽນ​ຕ໋ວນ​ຟອງ ໄດ້​ມີ​ບັນ​ດາ​ການ​ພົບ​ປະ​ໃໝ່​ກັບທ່ານ Jorger Glass ຮອງ​ປະ​ທາ​ນາ​ທິ​ບໍ​ດີ Ecuador, ກໍ່​ຄືຫົວ​ໜ້າ​ຄະ​ນະ​ຜູ້​ແທນຂອງບັນ​ດາພັກ​ກອມ​ມູ​ນິດ​ຈີນ, ພັກ​ກອມ​ມູ​ນິດ​ ກູ​ບາ, ພັກແຮງງານ​ເມັກ​ຊິກ​ໂກ ແລະ ພັກອອກແຮງງານ ບ​ຣາ​ຊີນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top