• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຕິບັດງານລະຫວ່າງຂະແໜງຢ້ຽມຢາມເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ

ເຄື່ອງ​ຂອງ​ໄດ້​ສົ່ງ​ເຖິງ​ບັນ​ດາ​ທະ​ຫານ​ເຈື່ອງ​ຊາ
(ພາບ: ສື່​ເອ​ເລັກ​ໂຕ​ນິກ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ)
      ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ແຕ່​ວັນ​ທີ 15 -24/4, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ເຫຼົ່າ​ທັບ​ເຮືອ ຫວຽດ​ນາມ ໄດ້​​ແຕ່ງ​ຕັ້ງຄະ​ນະ​ປະ​ຕິ​ບັດ​ງານ​ທ​ີ 6 ສົ່ງ​ບັນ​ດາ​ພະ​ນັກ​ງານ​ການ​ນຳ, ຕາງ​ໜ້າ​ໃຫ້​ການນ​ຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄປ​ຢ້ຽມ​ຢາມ ແລະ ລະ​ດົມ​ກຳ​ລັງ​ໃຈ​ແກ່ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ ເຈື່ອງ​ຊາ, ແຂວງ ແຄ໋ງ​ຮ່​ວາ ແລະ ເຮືອນ​ຮ້ານ DK1 ໃນ​ເຂດ​ໄລ່​ທະ​ວີບ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ. ຄະ​ນະ​ປະ​ຕິ​ບັດ​ງານ​ໄປ​ຢ້ຽມ​ຢາມ​ເກາະ ເຈື່ອງ​ຊາ​ເລີ໋ນ, ຊິງ​ໂຕນ, ຊອງ​ຕື​ໄຕ, ນາມ​ອຽດ, ເຊີນ​ກາ, ເຮືອນ​ຮ້ານ DK 1…ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດ​າ​ກະ​ຊວງ, ຂະ​ແໜງ​ການຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ກໍ່​ຄື​ສະ​ມາ​ຊິກ​ໃນ​ຄະ​ນະ​ແຕ່​ລະ​ຄົນ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ໃນ​ໝູ່​ເກາະ ເຈື່ອງ​ຊາ ແລະ ເຂ​ດ​ໄລ່​ທະ​ວີບ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top