• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈໍາສະພາແຫ່ງຊາດ ດໍາເນີນການຊັກຖາມ ທ່ານລັດຖະມົນຕີ, ຫົວໜ້າກໍາມາທິການຊົນເຜ່ົາ ໂດະວັນຈ໋ຽນ

ວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມ ຄັ້ງທີ 26, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ສໍາລັບທ່ານລັດຖະມົນຕີ, ຫົວໜ້າກໍາມະທິການຊົນເຜົ່່າ ໂດະວັນຈ໋ຽນ ແລະ ທ່ານລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໂຕເລິມ.


ທ່ານລັດຖະມົນຕີ, ຫົວໜ້າກໍາມະທິການຊົນເຜົ່່າ ໂດະວັນຈ໋ຽນ ແລະ ທ່ານລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໂຕເລິມ

(ພາບ: VOV) 

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ເນື້ອໃນການຊັກຖາມ ແມ່ນກ່ຽວກັບການປະຕິບັດບັນດານະໂຍບາຍສໍາລັບພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນ ການຊົມໃຊ້ ບັນດາການບໍລິການສັງຄົມໂດຍພື້ນຖານ; ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ນປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ວຽກງານຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍສະເພາະແມ່ນຢູ່ບັນດານະຄອນໃຫຍ່ ແລະ ເຂດອຸດສາຫະກໍາ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຕັ້ງຄໍາຖາມສັ້ນ, ກະທັດຮັດ, ໄປຕົງເຂົ້າກັບບັນຫາ ແລະ ບັນດາລັດຖະມົນຕີ ຕ້ອງ ຕອບຄໍາຊັກຖາມຢ່າງຈະແຈ້ງ, ຊັດເຈນ ພ້ອມທັງ ກໍານົດຄວາມຮັບຜິດຊອບ, ຍົກມາດຕະການ ແລະ ຂັ້ນຕອນແກ້ໄຂບັນດາຂໍ້ຈໍາກັດນັ້ນ.

        ທີ່ວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ; ລັດຖະມົນຕີບັນດາກະຊວງ ກໍໄດ້ເຂົ້າຮ່ວມວາລະຕອບຄໍາຊັກຖາມ ແລະ ອະພິປາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top