
ທ່ານລັດຖະມົນຕີ, ຫົວໜ້າກໍາມະທິການຊົນເຜົ່່າ ໂດະວັນຈ໋ຽນ ແລະ ທ່ານລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໂຕເລິມ
(ພາບ: VOV)
ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ເນື້ອໃນການຊັກຖາມ ແມ່ນກ່ຽວກັບການປະຕິບັດບັນດານະໂຍບາຍສໍາລັບພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນ ການຊົມໃຊ້ ບັນດາການບໍລິການສັງຄົມໂດຍພື້ນຖານ; ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ນປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ວຽກງານຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍສະເພາະແມ່ນຢູ່ບັນດານະຄອນໃຫຍ່ ແລະ ເຂດອຸດສາຫະກໍາ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຕັ້ງຄໍາຖາມສັ້ນ, ກະທັດຮັດ, ໄປຕົງເຂົ້າກັບບັນຫາ ແລະ ບັນດາລັດຖະມົນຕີ ຕ້ອງ ຕອບຄໍາຊັກຖາມຢ່າງຈະແຈ້ງ, ຊັດເຈນ ພ້ອມທັງ ກໍານົດຄວາມຮັບຜິດຊອບ, ຍົກມາດຕະການ ແລະ ຂັ້ນຕອນແກ້ໄຂບັນດາຂໍ້ຈໍາກັດນັ້ນ.
ທີ່ວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ; ລັດຖະມົນຕີບັນດາກະຊວງ ກໍໄດ້ເຂົ້າຮ່ວມວາລະຕອບຄໍາຊັກຖາມ ແລະ ອະພິປາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.
(ແຫຼ່ງຄັດຈາກ VOV)