• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມເທື່ອທີ 2 ຂອງວາລະປະຊຸມຄັ້ງທີ 6

      ໃນຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາເລື່ອງປັບປຸງມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບາງລະບອບລາຍຈ່າຍຮັບປະກັນການເຄື່ອນໄຫວຂອງສະພາແຫ່ງຊາດ; ພິຈາລະຈາ, ຮັບຮອງເອົາລາຍການວຽກກງານປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ…
(ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ)
      ວາລະປະຊຸມຄັ້ງທີ 6 ເທື່ອທີ 2 ຂອງຄະນະປະຈຳສະພາແຫ່ງຊາດດຳເນີນໃນລະຫວ່າງວັນທີ 21 – 22 ທັນວາ. ໃນຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາເລື່ອງປັບປຸງມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບາງລະບອບລາຍຈ່າຍຮັບປະກັນການເຄື່ອນໄຫວຂອງສະພາແຫ່ງຊາດ; ພິຈາລະຈາ, ຮັບຮອງເອົາລາຍການວຽກກງານປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ… ພ້ອມກັນນັ້ນ, ກໍສືບຕໍ່ປະກອບຄຳເຫັນກ່ຽວກັບຮ່າງມະຕິທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ເກີນເທີ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍ່ຕີລາຄາໝາກຜົນການປະຕິບັດລາຍການເຄື່ອນໄຫວການຕ່າງປະເທດ, ການຮ່ວມມືສາກົນ ປີ 2021; ພິຈາລະນາ, ຮັບຮອງເອົາລາຍການເຄື່ອນໄຫວການຕ່າງປະເທດປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ ແລະ ບາງເນື້ອໃນສຳຄັນອື່ນໆ.
        ກ່ອນໜ້ານັ້ນ, ໃນວາລະປະຊຸມຄັ້ງທີ 6 ເທື່ອທຳອິດ, ເຊິ່ງດຳເນີນໃນລະຫວ່າງວັນທີ 08 – 10 ທັນວາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບັນດາເນື້ອໃນສຳຄັນ ເພື່ອພິຈາລະນາຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມວິສາມັນ. ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຈັດກອງປະຊຸມວິສາມັນຂອງສະພາແຫ່ງຊາດ ໃນຕົ້ນປີ 2022.
(ແຫຼ່ງຄັດຈາກ VOV)
 

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top