• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳລັດຖະບານໂຮມປະຊຸມປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມ WEF – ASEAN 2018

      ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF - ASEAN), ເຊິ່ງຈະດຳເນີນໃນລະຫວ່າງວັນທີ 11 – 13 ກັນຍາ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ)
      ມາຮອດຈຸດເວລານີ້, ໄດ້ມີປະທານາທິບໍດີ, ນາຍົກລັດຖະມົນຕີຂອງ 8 ປະເທດໄດ້ຢັ້ນຢືນເຂົ້າຮ່ວມກອງປະຊຸມ, ນອກນັ້ນຍັງມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີບັນດາກະຊວງຂອງຫຼາຍປະເທດເຂົ້າຮ່ວມ; ມີຜູ້ແທນເກືອບ 800 ທ່ານເຊິ່ງແມ່ນການນຳບັນດາກຸ່ມບໍລິສັດແຖວໜ້າຂອງໂລກ ແລະ ພາກພື້ນກໍ່ຈະເຂົ້າຮ່ວມກອງປະຊຸມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການການຕ່າງປະເທດສຳຄັນທີ່ສຸດຂອງຫວຽດນາມ ໃນປີ 2018, ປະກອບສ່ວນໂຄສະນາພາບພົດ ແລະ ທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ສາກົນ. ສະນັ້ນ, ຕ້ອງເປັນເຈົ້າການໃນວຽກງານກະກຽມ, ຕ້ອງມີຄວາມລະມັດລະວັງ, ຮັບປະກັນວຽກງານຕ້ອນຮັບ ຕ້ອງສະແດງໃຫ້ເຫັນຄວາມລອບຄອບທີ່ຖ້ວນ, ຮັກແພງແຂກຄົນ, ສ້າງບັນດາຮູບພາບ ແລະ ມີການເຄື່ອນໄຫວສະແດງໃຫ້ເຫັນວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ໜ້າປະທັບໃຈຂອງຫວຽດນາມ ກັບບັນດາແຂກສາກົນ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມີບັນດາມາດຕະການເພື່ອຊຸກຍູ້ການໂຄສະນາກ່ຽວກັບກາລະໂອກາດຮ່ວມມືດຳເນີນທຸລະກິດຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວວ່າ : 
 “ ຄວາມຮຽກຮ້ອງຕ້ອງການຢ່າງໃຫຍ່ຫຼວງຂອງພວກເຮົາແມ່ນ ສ້າງຄວາມປະທັບໃຈຫວຽດນາມຕໍ່ທົ່ວໂລກ ແລະ ພາກພື້ນໂດຍຜ່ານ WEF - ASEAN ຄັ້ງນີ້ທີ່ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ຍ້ອນເຫດນີ້ເອງ, ວຽກງານທຸກຢ່າງກໍລ້ວນແຕ່ໄດ້ຮັບການຄວບຄຸມ, ກະກຽມຢ່າງຮອບຄອບຖີ່ຖ້ວນ. ເປັນຕົ້ນແມ່ນບາງຂະແໜງການໄດ້ຮັບມອບໝາຍຈາກວໜກງານຕ້ອນຮັບ, ວັດທະນະທຳຕ້ອງສະແດງຄືແນວໃດ, ອະນາໄມສິ່ງແວດລ້ອມກໍຄືແນວໃດ, ຂໍ້ລິເລີ່ມຂອງຫວຽດນາມແມ່ນຄືແນວໃດ, ແບບແຜນໃໝ່ຂອງຫວຽດນາມໃນການບໍລິຫານແມ່ນຄືແນວໃດ ”
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top