• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ຄິດ​ເຫັນ​ຂອງ ຫວຽດ​ນາມ ຕໍ່ຄ​ຳ​ກ່າວ​ປາ​ໄສຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສິງ​ກະ​ໂປ ຫຼີຊຽນຫຼົງ ທີ່​ກອງ​ປະ​ຊ​ຸມ Shangri – la

ການປະກອບສ່ວນ ແລະ ເສຍສະຫຼະຊີວິດ ຂອງ ຫວຽດນາມໃນເລື່ອງພ້ອມກັບປະຊາຊົນ ກຳປູເຈຍຢຸດຕິໂທດກຳດັບສູນເຊື້ອຊາດ ຂອງ ຂະແມແດງ ແມ່ນຄວາມຈິງທີ່ໄດ້ຍອມຮັບຢ່າງກ້ວາງຂວາງ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

 ວັນທີ 4 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ຄວາມຄິດເຫັນ ຂອງ ຫວຽດນາມຕໍ່ຄຳກ່າວປາໄສຂອງ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທີ່ກອງປະຊຸມ Shangri – la ແລະ ໃນສື່ສັງຄົມອອນລາຍສ່ວນຕົວ ໃນວັນທີ 31 ພຶດສະພາທີ່ຜ່ານມາ, ມີເນື້ອໃນຖືວ່າ ຫວຽດນາມ ໄດ້ “ຮຸກຮານ” , “ຢຶດຄອງ” ກຳປູເຈຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມໄດ້ຊີ້ແຈ້ງວ່າ: ຫວຽດນາມມີຄວາມຮູ້ສຶກເສຍດາຍຕໍ່ບາງເນື້ອໃນກ່າວຄຳປາໄສໄດ້ສ່ອງແສງຢ່າງຂາດພາວະວິໄສໃນສະພາບຕົວຈິງຂອງປະຫວັດສາດ, ສ້າງຜົນກະທົບບໍ່ດີຕໍ່ຫ່າງສຽງ. ກະຊວງການຕ່າງປະເທດ ຫວຽດນາມໄດ້ແລກປ່ຽນກັບກະຊວງການຕ່າງປະເທດ ສິງກະໂປ ກ່ຽວກັບບັນຫາດັ່ງກ່າວ.

        ການປະກອບສ່ວນ ແລະ ເສຍສະຫຼະຊີວິດ ຂອງ ຫວຽດນາມໃນເລື່ອງພ້ອມກັບປະຊາຊົນ ກຳປູເຈຍຢຸດຕິໂທດກຳດັບສູນເຊື້ອຊາດ ຂອງ ຂະແມແດງ ແມ່ນຄວາມຈິງທີ່ໄດ້ຍອມຮັບຢ່າງກ້ວາງຂວາງ. ໃນວັນທີ 16 ພະຈິກ ປີ 2018, ສານພິເສດຂອງກຳປູເຈຍ (ECCC) ໄດ້ຕັດສິນກ່ຽວກັບໂທດກຳດັບສູນເຊື້ອຊາດຂອງ ຂະແມແດງ. ຄຳຕັດສິນດັ່ງກ່າວໄດ້ສ່ອງແສງຢ່າງພາວະວິໄສຕໍ່ຄວາມຈິງຂອງປະຫວັດສາດ, ການປະຕິບັດຄວາມເປັນທຳ, ນຳຄວາມຍຸຕິທຳມາໃຫ້ບັນດາຜູ້ຖືກເຄາະຮ້າຍ, ຊຶ່ງໄດ້ຮັບຄວາມຊົມເຊີຍຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ.

        ໃນຖານະແມ່ນສະມາຊິກຕັ້ງໜ້າ ແລະ ມີໜ້າທີ່ຮັບຜິດຊອບ ຂອງ ອາຊຽນ, ຫວຽດນາມໄດ້ ແລະ ກຳລັງສືບຕໍ່ພ້ອມກັບບັນດາສະມາຊິກອື່ນປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອເປົ້າໝາຍ ສ້າງປະຊາຄົມ ອາຊຽນໃຫ້ໝັ້ນຄົງເຂັ້ມແຂງ, ເປັນເອກະພາບ, ມີຄວາມສາມັກຄີ ແລະ ມີບົດບາດເປັນໃຈກາງໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top