31/10/2019 10:32 GMT+7 Email Print Like 0

ຄວາມຊົງຈຳຂອງນັກວິລະຊົນສາກົນ

      ໃນຊຸມວັນທ້າຍເດືອນ ຕຸລາ ນີ້, ຢູ່ຫລາຍແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 – 30/10/2019) ຢ່າງຟົດຟື້ນ.
             ນີ້ແມ່ນໂອກາດ ເພື່ອໃຫ້ບັນດານັກຮົບ, ທະຫານອາສາສະໝັກ ຫວນຄືນຄວາມຊົງຈຳ, ອະນຸສອນທີ່ດີງາມໃນການຮ່ວມສຳພັນສູ້ຮົບລະຫວ່າງ ຫວຽດນາມ - ລາວ ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ. ບົດຂຽນຂອງນັກຂ່າວ VOV.

ລາຍການສະແດງສິລະປະ “ຄວາມຊົງຈຳທີ່ສັກກາລະບູຊາ"
              ລາຍການສະແດງສິລະປະສະເຫຼີມສະຫຼອງ 70 ປີແຫ່ງວັນຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ເຊິ່ງຫາກໍ່ດຳເນີນໄປຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ຄວາມຊົງຈຳທີ່ສັກກາລະບູຊາ”. ລາຍການສະແດງສິລະປະໄດ້ຈັດສ້າງຄືກັບສະພາບຕົວຈິງ, ມີຄວາມດຶງດູດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ, ໄດ້ວາດພາບຄືນກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນໄລຍະຕໍ່ສູ້ຕ້ານສັດຕູໂຕດຽວກັນ ໂດຍຜ່ານຄວາມຊົງຈຳລະຫວ່າງທະຫານອາສາສະໝັກ ຫວຽດນາມ ກັບທະຫານ ແລະ ປະຊາຊົນ ລາວ.

ທ່ານພົນຈັດຕະວາ ຮີ່ງດັກເຮືອງ
      ທ່ານພົນຈັດຕະວາ ຮີ່ງດັກເຮືອງ - ຫົວໜ້າຄະນະຕິດຕໍ່ພົວພັນທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ລາວ ໃຫ້ຮູ້ວ່າ: ການປະຕິບັດໜ້າທີ່ຊ່ວຍເຫຼືອເພື່ອນຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ “ຊ່ວຍປະຊາຊົນປະເທດເພື່ອນມິດແມ່ນຊ່ວຍຕົນເອງ”, ນັກຮົບອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຫລາຍລຸ້ນຄົນໄດ້ຮຽງບ່າຮຽງໄຫລ່ພ້ອມກັບບັນດາກຳລັງສູ້ຮົບຂອງການປະຕິວັດລາວ. ທ່ານກ່າວວ່າ:
        “ເປັນທີ່ຈະແຈ້ງແລ້ວວ່າ ເນື້ອໃນໃຈຄວາມຂອງລຸງໂຮ່ທີ່ວ່າໄປຊ່ວຍ ລາວ ເຮັດການປະຕິວັດ, ເປັນຫຍັງຕ້ອງໄປຊ່ວຍ, ຍ້ອນວ່າ ມັນແມ່ນພາກສ່ວນຍຸດທະສາດໜຶ່ງຂອງທົ່ວລະບົບ ອິນດູຈິນ, ຊ້ຳພັດກ່່ຽວຂ້ອງເຖິງພາລະກຳຂອງປະຊາຊົນ ລາວ ຈະຍືນຍົງຄົງຕົວ ຫຼື ບໍ່ ແລະ ກໍ່ມີສ່ວນກ່ຽວຂ້ອງເຖິງພາລະກຳຂອງປະເທດ ຫວຽດນາມ ຕື່ມອີກ. ດັ່ງນັ້ນ ການໄປຊ່ວຍຢູ່ບ່ອນນີ້ ບໍ່ແມ່ນເຮັດຄືແບບກອງທັບທີ່ວ່າ ມີສັດຕູຢູ່ບ່ອນໃດກໍ່ໄປຕີສັດຕູຢູ່ບ່ອນນັ້ນໂລດ ພວກເຮົາຕ້ອງຕິດແທດກັບການຂົນຂວາຍ, ສ້າງຂະບວນການຕໍ່ສູ້ປະກອບອາວຸດ ສະນັ້ນ ອ້າຍນ້ອງອາສາສະໝັກຈຶ່ງມີຄວາມແຕກຕ່າງກັບກອງທັບລວມ ແມ່ນຢູ່ບ່ອນວ່າ ໄປເຮັດການປະຕິວັດຊ່ວຍເຫຼືອ ລາວ. ”

ລຸງ ຮ່າມິງເຕິນ
      ໂດຍເປັນພະນັກງານທີ່ເຄື່ອນໄຫວໃນໄລຍະກ່ອນການລຸກຮື້ຂຶ້ນຢູ່ທ້ອງຖິ່ນປີ 1945, ມາຮອດປີ 1954 ໄດ້ຖືກສົ່ງໄປຊ່ວຍປະເທດ ລາວ, ລຸງ ຮ່າມິງເຕິນ, ຫົວໜ້າຄະນະຕິດຕໍ່ພົວພັນສະມາຄົມມູນເຊື້ອຄະນະທີ່ປຶກສາການທະຫານ 100 ມີຮູບຮ່າງສູງ, ແຂງແຮງດີ ເຖິງວ່າຜົມຫງອກຫລາຍແລ້ວກໍ່ຕາມ ແຕ່ຜິວພັນຂອງລຸງຍັງແດງອົ່ງຕົ່ງຢູ່. ຫຼຽນໄຊ, ຫຼຽນກາທີ່ຕິດຢູ່ໜ້າເອິກລຸງນັ້ນ ໄດ້ສະແດງໃຫ້ເຫັນການອຸທິດສ່ວນຂອງຕົນເພື່ອພື້ນຖານເອກະລາດຂອງທັງ 2 ຊາດ. ໃບໜ້າຂອງລຸງມີຄວາມຍິ້ມແຍ້ມແຈ່ມໃສຂຶ້ນຕື່ມ ເມື່ອໄດ້ເລົ່າຄືນກ່ຽວກັບໄລຍະທີ່ເປັນທີ່ປຶກສາໃຫ້ແກ່ການນຳຂັ້ນສູງ 2 ທ່ານຂອງ ລາວ.
        “ສະຫາຍ ໄກສອນ ພົມວິຫານ ໄດ້ສ້າງອະນຸສອນອັນເລິກເຊິ່ງທີ່ສຸດໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າໄດ້ຂຽນປຶ້ມຫົວໜຶ່ງໃຫ້ເພິ່ນ ໂດຍເວົ້າເຖິງບົດຮຽນ ແລະ ທິດທາງໃໝ່ໃຫ້ແກ່ການປະຕິວັດ ລາວ. ເມື່ອຂຽນແລ້ວ, ເພິ່ນກໍ່ຍ້ອງຍໍສັນລະເສີນ ແລະ ມອບໃຫ້ຂ້າພະເຈົ້າຫົວໜຶ່ງໄວ້ເປັນທີ່ລະນຶກ, ປະຈຸບັນຂ້າພະເຈົ້າຍັງຮັກສາໄວ້ຢູ່, ນັ້ນແມ່ນອະນຸສອນ ເຊິ່ງຂ້າພະເຈົ້າເຄົາລົບທີ່ສຸດ. ສ່ວນທ່ານ ສຸພານຸວົງ ທີ່ເປັນການນຳຂອງ ລາວ ກໍ່ມີການພົວພັນອັນດີງາມກັບ ຫວຽດນາມ. ທ່ານ ສຸພານຸວົງ ເປັນນັກປະຕິວັດໃຈດີທີ່ສຸດ, ຖ້າບໍ່ມີທ່ານ ສຸພານຸວົງ ການປະຕິວັດຂອງ ລາວ ຈະບໍ່ສາມາດຂົນຂວາຍບັນດາຊົນຊັ້ນໃນສັງຄົມ ຄືຄົນຊັ້ນກາງລະຫວ່າງນັກປັນຍາຊົນ ແລະ ຊັ້ນສັກດີນາ.

ລາຍການສະແດງສິລະປະ “ຄວາມຊົງຈຳທີ່ສັກກາລະບູຊາ"
      ນັ່ງເບິ່ງການສະແດງສິລະປະສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ໃນໂຮງລະຄອນ, ລຸງ ເຈິ່ນວັນກ໊າດ ກຳລັງຄິດເຖິງບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດ. ລຸງ ຈື່ໄດ້ທຸກສິ່ງທຸກຢ່າງຢ່າງລະອຽດໃນການສູ້ຮົບ. ລຸງໄດ້ເລົ່າໃຫ້ຟັງກ່ຽວກັບຄວາມສູນເສຍ ເຊິ່ງລຸງ ແລະ ເພື່ອນຮ່ວມກົມກອງໄດ້ຜ່ານຜ່າເມື່ອຍັງເປັນນັກຮົບທະຫານຊ່າງແສງ, ກອງພັນທີ 25, ທະຫານເຂດຕາເວັນຕົກສ່ຽງເໜືອ:
        “ມີຜູ້ຊ່ວຍວຽກຊື່ວ່າ ຢີ໋, ທຳມະດາ ລາວໄດ້ກັບເມືອຮັບເອົາດິນລະເບີດ ແລະ  ເຄື່ອງມືຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ວຽກງານເປີດເສັ້ນທາງ, ຂຸດຂຸມຄອງແຕ່ຂ້າພະເຈົ້າໄດ້ໄປແທນລາວ. ຄາວນັ້ນ ອາເມລິກາ ໄດ້ຖິ້ມລະເບີດລົງໃສ່ກິ່ວຢ່າງດຸເດືອດ, ເມື່ອກັບຄືນມາໃກ້ຈະຮອດເຂດຕັ້ງທັບ ຂ້າພະເຈົ້າໄດ້ຮັບຂ່າວວ່າ ສະຫາຍ ຢີ໋ ຖືກສັດຕູດັກຕີເສຍຊີວິດແລ້ວ. ກ່ອນໜ້ານັ້ນ ອ້າຍນ້ອງຍັງຮ່ວມວຽກຮ່ວມງານນຳກັນ ຢູ່ ແຕ່ເມື່ອກັບຄືນມາສະຫາຍໄດ້ເສຍສະຫຼະຊີວິດແລ້ວ.

ລາຍການສະແດງສິລະປະ “ຄວາມຊົງຈຳທີ່ສັກກາລະບູຊາ"
      ມາຮອດປັດຈຸບັນ, ພາຍຫລັງ 44 ປີທີ່ຍາດເອົາເອກະລາດ, ມີສັນຕິພາບແລ້ວ, ແຕ່ນ້ຳໃຈມິດຕະພາບຂອງທະຫານອາສາສະໝັກຍັງເຕັມປ່ຽມຢູ່ຄືເກົ່າ. ສອງປີເທື່ອໜຶ່ງ, ກອງສິລະປະກອນຂອງປ້າ ດ່າວຫ໋າຍຢວຽນ, ເຊິ່ງແມ່ນນັກສະແດງສິລະປະຍິງຮັບໃຊ້ທະຫານອາສາສະໝັກ ຫວຽດນາມ ຢູ່ສະໜາມຮົບ C ແຕ່ປີ 1972 – 1974 ພັດຈັດຕັ້ງການໄປຢ້ຽມຢາມສະໜາມຮົບເກົ່າ ໂດຍສົມທົບກັບບັນດາການເຄື່ອນໄຫວສະແດງສິລະປະໃຫ້ປະຊາຊົນ ແລະ ນັກຮົບເກົ່າ ລາວ ຮັບຊົມ. ປ້າ ຢວຽນ ໄດ້ຫວນຄືນອະນຸສອນເມື່ອຍັງເປັນນັກສະແດງສິລະປະໃນຄາວອາຍຸ 18 ປີວ່າ:
        “ໜ້າທີ່ຕົ້ນຕໍເມື່ອໄປລາວ ແມ່ນເພື່ອສະແດງສິລະປະໃຫ້ທະຫານອາສາສະໝັກ ຫວຽດນາມ - ລາວ, ຝ່າຍເປັນກາງຂອງ ລາວ, ປະຊາຊົນ ລາວ - ເຂດທີ່ເຂົາເຈົ້າຍັງບໍ່ທັນໄດ້ຍົກຍ້າຍ. ປີ 1973 ອາກາດໜາວຫລາຍ, ຢູ່ທົ່ງໄຫຫີນ ຊຽງຂວາງ ກໍ່ໜາວທີ່ສຸດ, ໄປສະແດງບາງມື້ບໍ່ມີໄຟຟ້າ ກໍ່ຕ້ອງໄດ້ໄປຫາຟືນມາດັງໃຫ້ຮຸງເປັນແສງສະຫວ່າງຮັບໃຊ້ໃຫ້ທະຫານອາສາສະໝັກເຮົາ. ປະຊາຊົນລາວ ຄາວນັ້ນກໍ່ທຸກຍາກລຳບາກ, ເຄື່ອງຮັບໃຊ້ຊີວິດການເປັນຢູ່ທີ່ຈຳເປັນຂອງພວກຂ້າພະເຈົ້າສ່ວນຫລາຍແມ່ນແປ້ງໄຂ່ໄກ່ ຢາກເອົາຊ່ວຍໃຫ້ປະຊາຊົນແຕ່ບໍ່ຮູ້ຈະເຮັດວິທີໃດ, ດັ່ງນັ້ນ ພວກຂ້າພະເຈົ້າຕ້ອງແກ້ງເຮັດທ່າທາງຄືກັນກັບໄກ່ເພື່ອອະທິບາຍ, ປະຊາຊົນກໍ່ພາກັນຫົວ ແລະ ຮັບເອົາເຄື່ອງເຫຼົ່ານັ້ນຈາກພວກຂ້າພະເຈົ້າ.

ລາຍການສະແດງສິລະປະ “ຄວາມຊົງຈຳທີ່ສັກກາລະບູຊາ"
              ໃນຕະຫລອດ 70 ປີຜ່ານມາ, ທະຫານອາສາສະໝັກ ຫວຽດນາມ ໄດ້ສຸດອົກສຸດໃຈ, ອຸທິດສ່ວນຈົນສຸດຄວາມສາມາດເພື່ອການປະຕິວັດ ລາວ - ດ້ວຍຜົນງານ ແລະ ວິລະກຳອັນສະຫງ່າງາມນັ້ນ, ວັນທີ 29 ຕຸລາ 2019, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ໄດ້ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ ເພາະໄດ້ມີຜົນງານພິເສດຊ່ວຍການປະຕິວັດ ລາວ ໃນໄລຍະຕໍ່ສູ້ ແລະ ໃນກິດຈະການສ້າງສາ, ປົກປັກຮັກສາປະເທດຊາດ./.
 (ແຫຼ່ງຄັດຈາກ VOV)