• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດລື່ນ​ກາຍ​ແຜນ​ການ

ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (PVN) ໃຫ້ຮູ້ວ່າ 6 ເດືອນຕົ້ນປີ 2020, ຍອດປະລິມານຂຸດຄົ້ນນ້ຳມັນຂອງກຸ່ມບໍລິສັດດັ່ງກ່າວບັນລຸໄດ້ 10,73 ລ້ານໂຕນ, ລື່ນກາຍແຜນການ 6 ເດືອນແມ່ນ 4,2% ແລະ ເທົ່າກັບ 52,7% ແຜນການທັງປີ.

ພາບປະກອບ: TTXVN 

ພິເສດ, ນີ້ເປັນຄັ້ງທຳອິດນັບແຕ່ ປີ 2016 ເປັນຕົ້ນມາ, ສຳປະສິດ ລະຫວ່າງ ການເພີ່ມປະລິມານສະສົມນ້ຳມັນ ແລະ ປະລິມານຂຸດຄົ້ນຂອງ PVN ບັນລຸທົບ 1,19 ເທົ່າ, ຊຶ່ງແມ່ນລະດັບການຮັບປະກັນຄວາມປອດໄພໃຫ້ແກ່ການພັດທະນາແບບຍືນຍົງຂອງກຸ່ມບໍລິສັດ.

ຕາມທ່ານເລແມ້ງຮຸ່ງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ PVN ແລ້ວ, ວຽກງານຊອກຫາ, ສຳຫຼວດ, ຂຸດຄົ້ນນ້ຳມັນໄດ້ຜັນຂະຫຍາຍຕາມແຜນການ, ການເຄື່ອນໄຫວຂຸດຄົ້ນນ້ຳມັນ, ຂຸດຄົ້ນອາຍແກັດ ແມ່ນຢູ່ໃນລະດັບດີທີ່ສຸດ, ທຸກໆຫົວໜ່ວຍໃນກຸ່ມບໍລິສັດລ້ວນແຕ່ຮັກສາໄດ້ລະດັບການຜະລິດ, ດຳເນີນທຸລະກິດຢ່າງເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top