• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ພາຍ​ໃນ​ມີ​ພາ​ລະ​ບົດ​ບາດ​ສຳ​ຄັນທີ່​ສຸດ​ໃນການ​ສ້າງ​ພື້ນຖານ​ບໍ​ລິ​ຫານ​ຮັບ​ໃຊ້

ວັນທີ 12ມັງກອນ, ຢູ່ ຮ່າໂນຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານ ປີ 2022 ຂອງຂະແໜງພາຍໃນເຊິ່ງ, ໄດ້ຈັດຂື້ນຕາມຮູບແບບທາງໄກ ໂດຍມີການເຊື່ອມຕໍ່ກັບ 63 ແຂວງ, ນະຄອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຢູ່ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ໃຫ້ເຫັນວ່າ, ຂະແໜງພາຍໃນມີບົດບາດສຳຄັນທີ່ສຸດໃນການເປັນເສນາທິການໃຫ້ພັກ, ລັດ, ລັດຖະບານ, ນາຍົກລັດຖະມົນຕີ, ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ສ້າງພື້ນຖານບໍລິຫານຮັບໃຊ້, ເປັນມືອາຊີບ, ທັນສະໄໝ, ມີປະສິດທິພາບ ແລະ ປະສິດທິຜົນ; ປະກອບສ່ວນສ້າງລັດຖະບານປ່ຽນແປງໃໝ່. ສັດຊື່ບໍລິສຸດ, ມີລະບຽບວິໄນ, ມີການກະທຳ, ມີປະສິດທິຜົນ, ເພື່ອຮັບໃຊ້ປະຊາຊົນ. ກ່ຽວກັບໜ້າທີ່ວຽກງານຂອງ ປີ 2022 ແລະ ໄລຍະທີ່ຈະມາເຖິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ພາລະບາດບາດ, ໜ້າທີ່, ຂອງກະຊວງພາຍໃນ ແມ່ນມີຄວາມສຳຄັນຍີ່ງ, ເມື່ອແຕະຕ້ອງເຖິງກົງຈັກ, ແຕະຕ້ອງເຖິງມະນຸດແມ່ນຫຍຸ້ງຍາກທີ່ສຸດ. ສະນັ້ນພ້ວກເຮົາຕ້ອງມີມາດຕະຖານ, ຂັ້ນຕອນບົນພື້ນຖານນັ້ນແມ່ນປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ, ເສີມຂະຫຍາຍປະຊາທິປະໄປທາງດ້ານສະຕິປັນຍາລວມໝູ່ໃຫ້ໄດ້ຢ່າງສຸດຂີດ ແລະ ຮັບຟັງຄຳຄິດເຫັນເພື່ອກ້າວໄປສູ່ຄວາມເປັນເອກະພາບຕາມຫລັກການລວມສຸນປະຊາທິປະໄຕ

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງພາຍໃນ ແລະ ກະຊວງພາຍໃນ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານກໍ່ສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອແກ້ໄຂຮົ້ວກີດຂວາງ, ເລີ່ມຕົ້ນພັດທະນາ, ໃນນັ້ນສຸມໃສ່ສ້າງລະບອບລະບຽບການຄຸ້ມຄອງລັດ. ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງພາຍໃນ ແລະ ບັນດາຂະແໜງ, ທ້ອງຖິ່ນສືບຕໍ່ມີນະໂຍບາຍຮັບສະມັກ, ດືງດຸດຜູ້ມີຄວາມເກັ່ງກ້າສາມາດ, ສ້າງກົງຈັກຂອງບັນດາກະຊວງຂະແໜງການໃຫ້ກະທັດຫັດຢ່າງແທ້ຈິງ,ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປະຕິຮູບດ້ານບໍລິຫານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top