• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນຂອງຈີນ ລະເມີດເຂດນ່ານທະເລຂອງ ຍີ່ປຸ່ນ

      ໃນເວລາ 10 ໂມງ 30 ນາທີຂອງວັນທີ 23 ມີນາ (ຕາມເວລາທ້ອງຖິ່ນ), ກ່ຳປັ່ນລາດຕາເວນຂອງ ຈີນ ມີໝາຍເລກ 2304, 2305 ແລະ 2501 ໄດ້ແລ່ນເຂົ້າເຂດນ່ານທະເລຂອງຍີ່ປຸ່ນ
ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ (JCG) ໃຫ້ຮູ້ວ່າ: ກ່ຳປັ່ນລາດຕາເວນຂອງຈີນ 3 ລຳໄດ້ແລ່ນເຂົ້າເຂດນ່ານທະເລຂອງຍີ່ປຸ່ນ ໃນຕອນເຊົ້າວັນທີ 23 ມີນາ. ໜ່ວຍປົກປ້ອງຝັ່ງທະເລເລກທີ 11 ຂຶ້ນກັບ JCG ໄດ້ຊີ້ແຈ້ງວ່າ: ໃນເວລາ 10 ໂມງ 30 ນາທີຂອງວັນທີ 23 ມີນາ (ຕາມເວລາທ້ອງຖິ່ນ), ກ່ຳປັ່ນລາດຕາເວນຂອງ ຈີນ ມີໝາຍເລກ 2304, 2305 ແລະ 2501 ໄດ້ແລ່ນເຂົ້າເຂດນ່ານທະເລຂອງຍີ່ປຸ່ນ ຢູ່ເຂດເກາະ Uotsurishima ຂຶ້ນກັບເຂດໝູ່ເກາະທີ່ພວມຂັດແຍ້ງກັນເຊິ່ງໂຕກຽວ ເອີ້ນວ່າ Senkaku ໃນຂະນະທີ່ ປັກກິ່ງ ເອີ້ນວ່າ ຕຽວອີ. ປະຈຸບັນ, ບັນດາກ່ຳປັ່ນເຫຼົ່ານີ້ພວມສືບຕໍ່ໄປມາໃນເຂດນ່ານທະເລຂອງ ຍີ່ປຸ່ນ ຢູ່ໂດຍຢູ່ເຂດຫ່າງຈາກເກາະ Uotsurishima ໄປທາງທິດຕາເວັນຕົກສ່ຽງເໜືອປະມານ 20 ກມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU.

Top