• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC 2017

      ແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ຕຸລາ, ຢູ່ນະຄອນ ດ່ານັ້ງ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ APEC 2017, ເປັນປະທານການກວດກາໃນເບື້ອງຕົ້ນບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ໄປກວດກາກະກຽມໃຫ້ກອງປະຊຸມຂັ້ນສູງ APEC 
      ໄລ່ຮອດໄລຍະປະຈຸບັນ, ບັນດາໂຮງແຮມ, ສູນກອງປະຊຸມ, ສູນການຂ່າວສາກົນ ແລະ ບັນດາສະຖານທີ່ຕົ້ນຕໍອື່ນໆຈະດຳເນີນບັນດາເຫດການທາງການ ແລະ ຢູ່ນອກສັບປະດາຂັ້ນສູງ APEC 2017, ໄດ້ຮັບການກະກຽມຖືກກັບຄວາມຮຽກຮ້ອງຕ້ອງການທີ່ວາງອອກ. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ຍ້ອງຍໍຊົມເຊີຍນະຄອນ ດ່ານັ້ງ, ແຂວງ ກວາງນາມ, ບັນດາອະນຸກຳມະການຂຶ້ນກັບຄະນະກຳມະການແຫ່ງຊາດ APEC 2017, ຄະນະເລຂາແຫ່ງຊາດ APEC 2017 ແລະ ບັນດາອົງການກ່ຽວຂ້ອງມານະພະຍາຍາມກະກຽມຢ່າງຕັ້ງໜ້າໃຫ້ແກ່ສັບປະດາຂັ້ນສູງ. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະເໜີໃຫ້ນະຄອນ ດ່ານັ້ງ ແລະ ແຂວງ ກວາງນາມ ໂຄສະນາໃຫ້ປະຊາຊົນທ້ອງຖິ່ນ ແລະ ເພີ່ມທະວີການໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດາທ້ອງຖິ່ນເວົ້າສະເພາະ ເຖິງເພື່ອນມິດສາກົນທີ່ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.      
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top