• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາ, ໄທ ໄວ້ທຸກທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ

ໃນເວລາໄວ້ທຸກລະດັບຊາດ, ບັນດາສຳນັກງານອົງການຂອງລັດ ແລະ ຂອງທະຫານໃນທົ່ວປະເທດ ກູບາ ຈະຊັກທຸງລົງເຄິ່ງເສົາ, ບໍ່ຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

ໃນແຈ້ງການທີ່ອອກອາກາດໃນຊ່ອງໂທລະພາບແຫ່ງລັດ, ສະພາແຫ່ງລັດ ກູບາ ໄດ້ປະກາດວ່າ: ປະເທດນີ້ຕັດສິນໃຈໄວ້ທຸກລະດັບຊາດແດ່ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ.

        ຕາມນັ້ນແລ້ວ, ກູບາ ໄດ້ປະຕິບັດພິທີໄວ້ທຸກທ່ານປະທານປະເທດ ເຈິ່ນດ້າຍກວາງ ແຕ່ເວລາ 6ໂມງ00 ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ) ຮອດ 24 ໂມງ 00 ຂອງວັນທີ 23 ກັນຍາ ແລະ ພິທີໄວ້ທຸກລະດັບຊາດຈະໄດ້ດຳເນີນໃນຕະຫຼອດວັນທີ 24 ກັນຍາ. ໃນເວລາໄວ້ທຸກລະດັບຊາດ, ບັນດາສຳນັກງານອົງການຂອງລັດ ແລະ ຂອງທະຫານໃນທົ່ວປະເທດ ກູບາ ຈະຊັກທຸງລົງເຄິ່ງເສົາ, ບໍ່ຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

        ຢູ່ປະເທດ ໄທ, ໃນວັນທີ 22 ກັນຍາ, ຫ້ອງວ່າການນາຍົກລັດຖະມົນຕີ ໄທ ໄດ້ອອກໜັງສືທາງການສະເໜີໃຫ້ບັນດາອົງການ, ຄະນະ, ຂະແໜງການຂອງລັດຖະບານໃນທົ່ວປະເທດ ຊັກທຸງລົງເຄິ່ງເສົາໃນເວລາ 3 ວັນ ເພື່ອໄວ້ອາໄລທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ຊີ້ນຳໃຫ້ບັນດາອົງການ, ຄະນະ, ຂະແໜງການຂອງລັດຖະບານຊັກທຸງລົງເຄິ່ງເສົາແຕ່ ວັນທີ 24 ກັນຍາ ຮອດວັນທີ 26 ກັນຍາ.

(​ແຫຼ່ງຄັດ​ຈາກ VOV)


10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top