• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາ ແລະ ອາເມລິກາ ສົ່ງເສີມການເຈລະຈາກ່ຽວກັບດ້ານການບິນ


(ພາບປະກອບ)

      ວັນ​ທີ 19/08, ທ່ານ Gustavo Machin ຮອງ​ຫົວໜ້າ​ກົມ​ບັນດາ​ບັນຫາ​ກ່ຽວ​ກັບ ອາ​ເມ​ລິ​ກາ ຂອງ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ ​ແຈ້ງ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ໃໝ່​ກ່ຽວ​ກັບດ້ານ​ການບິນ ຢູ່​ນະຄອນຫລວງ La Habana. ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ​ກ່ຽວ​ກັບ​ລະດັບ​ກຽມພ້ອມ​ຂອງ​ບັນດາ​ສະໜາມ​ບິນ ກູ​ບາ ​ເພື່ອຕ້ອນຮັບ​ບັນດາ​ຖ້ຽວ​ບິນການ​ຄ້າ​ຈາກ ອາ​ເມ​ລິ​ກາ, ​ເຊິ່ງຈະ​ເລີ່​ມຕົ້ນ​ແຕ່​ວັນ​ທີ 13/08. ຕາມ​ຂໍ້​ຕົກລົງ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ແລ້ວ, JetBlue ຈະ​ກາຍ​ເປັນບໍລິສັດການບິນ​ທຳ​ອິດ​ຂອງ ອາ​ເມ​ລິ​ກາ ​ທີ່ເຊື່ອ​ມຕໍ່​ບັນດາ​ສາຍ​ການບິນ​ບໍລິການດ້ານ​ການ​ຄ້າໄປ​ຍັງ ກູ​ບາ ພາຍຫລັງກ່ວາ 50 ປີ. ຖ້ຽວ​ບິນ​ນີ້ ​​ເລີ່​ມແຕ່​ສະໜາມ​ບິນ Fort Lauderdale (ລັດ Florida) ​ເຖິງ​ນະຄອນ Santa Clara (ພາກ​ກາງ ກູ​ບາ) ​ໃນ​ວັນ​ທີ 31/08. ພາຍຫລັງ JetBlue, ບັນດາ​ບໍລິສັດການບິນ Silver Airways ​ແລະ American Airlines ຂອງ ອາ​ເມ​ລິ​ກາ ກໍ່​ຈະ​ເປີດສາຍ​ການບິນ​ປະຈຳ​ໄລຍະໄປ​ຍັງ ກູ​ບາ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top