• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດ Tata ຂອງອິນເດຍຮັບຮູ້ຫວຽດນາມ, ມຽນມາແມ່ນຕະຫຼາດຈຸດສຸມ

ກຳມະກອນ ເຮັດວຽກຢູ່ກິດຈະກຳກໍ່ສ້າງຢູ່ ຮ່າໂນ້ຍ
(ພາບປະກອບ)
          ຫວຽດນາມ​ ​ແລະ ມຽນມາ ​ແມ່ນ​ບັນດາ​ຕະຫຼາດ​ຈຸດ​ສຸມ​ຕ້ອງ​ໄດ້​ຮັບ​ການ​ແຊກ​ຊຶມ, ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສຳລັບບໍລິສັດ 7 ​ແຫ່ງ​ຂຶ້ນ​ກັບ​ກຸ່ມ​ບໍລິສັດ Tata Sons. ​ໂຄ​ສົກ​ຂອງ​ກຸ່ມ​ບໍລິສັດ​ດັ່ງກ່າວ​ໃຫ້​ຮູ້​ຄື​ແນວ​ນັ້ນ​ໃນ​ການ​ຕອບ​ສຳພາດ​ໃນ​ໜັບສື​ພິມ The Economic Times ​ແລະ International Business Times ຂອງ​ອິນ​ເດຍ. ຕາມ​ກຸ່ມບໍລິສັດ​ນີ້​ແລ້ວ, ຫວຽດນາມ ​ແລະ ມຽນມາ ມີ​ພື້ນຖານ​ເສດຖະກິດ​ພວມ​ເຕີບ​ໂຕ​ຢ່າງ​ແຮງ, ຄົນ​ຊັ້ນ​ກາງ​ນັບ​ມື້​ນັບ​ຫຼາຍ, ກໍ່​ຄື​ຈະ​ໄດ້​ຮັບ​ບັນດາ​ຜົນ​ກະທົບ​ຕັ້ງໜ້າ​ຈາກ​ບັນດາ​ສັນຍາ​ກາ​ນຄ້າ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ການ​ຫລຸດຜ່ອນ​ພາສີ. ບັນດາ​ປັດ​ໄຈ​ນີ້​​ເຮັດ​ໃຫ້ 2 ປະ​ເທດ​ກາຍ​ເປັນ​ບັນດາ​ຕະຫຼາດ​ສຳຄັນ​ສຳລັບ​ບັນດາ​ບໍລິສັດ​ຢາກ​ສຳ​ພັດ​ຫຼາຍ​ກ່ວາ​ກັບ​ຕະຫຼາດ ອາ​ຊຽນ ກໍ​ຄື​ທົ່ວ​ໂລກ. ​ໂຄສົກ​ຂອງ​ກຸ່ມ​ບໍລິສັດ Tata ຕີ​ລາຄາ​ວ່າ: ສຳລັບ​ດ້ານປະຊາກອນ​ວິ​ທະຍາ ​ແລະ ພັດທະນາ​ເສດຖະກິດ, ຫວຽດນາມ ​ແລະ ມຽນມາ ພວມ​ເປີດ​ຕະຫຼາ​ດ​ໃຫ້​ຜະລິດ​ຕະພັນ​ບາງ​ຢ່າງ​ຂອງ Tata. ທ່ານ​ນີ້​ກໍ​ໃຫ້​ຮູ້​ວ່າ: ບັນດາ​ບໍລິສັດ​​ໄຟຟ້າ, ກໍ່ສ້າງ, ​ເຄມີ…​ແລະ ການ​ຄ້າ​ພວມ​ເຄື່ອ​ນ​ໄຫວ​ຢ່າງ​ຕັ້ງໜ້າ ຫຼື ພວມ​ຂຸດ​ຄົ້ນ​ບັນດາ​ກາລະ​ໂອ​ກາດ​ຢູ່ ຫວຽດນາມ ​ແລະ ມຽນມາ.
 (​ແຫຼ່ງຄັດ​ຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top