• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳມາທິການພົວພັນຕ່າງປະເທດສະພາຕ່ຳອາເມລິກາອອກຖະແຫຼງການຢັ້ງຢືນເລື່ອງ ຈີນລະເມີດອຳນາດອະທິປະໄຕຂອງຫວຽດນາມ

      ວັນທີ 26 ກໍລະກົດ, ທ່ານ Eliot Engel ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ ໄດ້ອອກຖະແຫຼງການກ່ຽວກັບການແຊກແຊງຂອງ ຈີນ ຢູ່ເຂດທະເລ ຫວຽດນາມ ຄຸ້ມຄອງ.

ທ່ານ Eliot Engel ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ  (ພາບ: VOV)
      ຖະແຫຼງການໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວໃນໄລຍະມໍ່ໆມານີ້ຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນພະຍານຫຼັກຖານໃນເລື່ອງປະເທດໜຶ່ງທີ່ເປີດເຜີຍການໄປຝືນກັບກົດໝາຍສາກົນ. ຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ, ການກະທຳຂອງ ຈີນ ໄດ້ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ ແລະ ບັນດາສິດຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ໃນເຂດເສດຖະກິດຈຳເພາະຂອງຕົນ. ນີ້ແມ່ນການກະທຳນາບຂູ່ ຫວຽດນາມ ແລະ ເປັນພະຍານຫຼັກຖານໃນເລື່ອງ ຈີນ ຕັ້ງໃຈບັງບຽດບັນດາປະເທດບ້ານໃກ້ເຮືອນຄຽງ. ບັນດາການກະທຳຄືດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຈີນ ເຜີບແບການຖືເບົາກົດໝາຍສາກົນ ແລະ ການທູດ. ທ່ານ Eliot Engel ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ ຢັ້ງຢືນວ່າ ທ່ານສະໜັບສະໜູນ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງ ອາເມລິກາ ໃນພາກພື້ນ ໃນການກ່າວປະນາມການກະທຳທີ່ກໍ່ການທະເລາະວິວາດນີ້. ທ່ານກໍ່ຮຽກຮ້ອງໃຫ້ ຈີນ ຖອນກ່ຳປັ່ນທັງໝົດອອກຈາກເຂດນ່ານນ້ຳ ຂອງບັນດາປະເທດບ້ານໃກ້ເຮືອນຄຽງໃນທັນທີ ແລະ ຢຸດຕິບັນດາການກະທຳທີ່ຂົ່ມເຫັງເຕັງເຕັກຜິດກົດໝາຍຂອງຕົນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top