• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປັ່ນຂັບໄລ່ຂອງອາເມລິກາບຸກເຂົ້າມໍ່ກັບເກາະຈີຕົນຂຶ້ນກັບໝູ່ເກາະຮ່ວາງຊາຊື່ງຈີນພວມຢືດຄອງຢ່າງຜິດກົດໝາຍ


ກຳປັ່ນຂັບໄລ່ USS Curtis Wilbur  ຂອງອາເມລິກາ
ພາບ:internet

​​​      ວັນ​ທີ 30/1, ທຳນຽບ 5 ແຈ ໄດ້​ຮັບ​ຮູ້​ວ່າ: ກຳ​ປັ່ນ​ຂັບ​ໄລ່ USS Curtis Wilbur  ຂອງ​ອາ​ເມ​ລິ​ກາ ໄດ້​ບຸກ​ເຂົ້າ​ເຂດ 12 ໄມ​ທະ​ເລ​ຢູ່​ອ້ອມ​ແອ້ມ​ເກາະ ຈີ​ຕົນ ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ ແຕ່​ພວມ​ຖືກ ຈີນ ຢືດ​ຄອງ​ຢ່າງ​ຜິດ​ກົດ​ໝາຍ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Mark Wright ຊີ້​ແຈ້ງວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ປະ​ຕິ​ບັດ​ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່ ທະ​ເລ​ຕາ​ເວັນ​ອອກ ໃນ​ວັນ​ທີ 30/1 ໃນ​ເຂດ​ໃກ້​ຄ​ຽງ​ຂອງ​ເກາະ ຈີ​ຕົນ ຢູ່ ໝູ່​ເກາະ​ຮ່​ວາງ​ຊາ. ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເຫນີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ ວັນ​ທີ 30/1/2016, ກຳ​ປັ່ນ​ຂັບ​ໄລ່​ຂອງ ອາ​ເມ​ລິ​ກາ ປະ​ຕິ​ບັດ "ບັ້ນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ” ໃນ​ຂອບ​ເຂດ 12 ໄມ​ທະ​ເລ ຂອງ​ເກາະ ຈີ​ຕົນ ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໄດ້​ເນັ້ນ​ຫນັກວ່າ: ອີກ​ຄັ້ງ​ຫນຶ່ງພວກ​ຂ້າ​ພ​ະ​ເຈົ້າ​ຢັ້ງ​ຢືນ, ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມທີ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ສຳ​ລັບ​ ໝູ່​ເກາະ ຮ່​ວາງ​ຊາ ກໍ​ຄື ໝູ່​ເກາະ ເຈື່ອງ​ຊາ”. ຫວຽດ​ນາມ ສະ​ເຫນີ ບັນ​ດາ​ປະ​ເທດ​ ຕ້ອງ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ ແລະ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top