• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ ສະ​ແດ​ງ​ທັດ​ສະ​ນະ​ຂອງ​ຕົນ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢູ່ ຫວຽດນາມ ຖືກດຳເນີນໃນວັນທີ 23 ພຶດສະພາ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ສະແດງທັດສະນະຂອງຕົນຕໍ່ບັນດາບັນຫາສຳຄັນ ເປັນຕົ້ນແມ່ນ ບຸກຄະລາກອນຄະນະການນຳຂອງປະເທດຊາດ ແລະ ບູລະນະກົງຈັກອຳນາດການປົກຄອງທ້ອງຖິ່ນ.
ບາງເຂດເລືອກຕັ້ງຢູ່ແຂວງ ເງະອານ ຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ກ່ອນເວລາກຳນົດ (ພາບປະກອບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານ ສາດສະດາຈານ Carl Thayer ສັງກັດ ມະຫາວິທະຍາໄລ New South Wales ຂອງ ອົດສະຕາລີ.

        ຕາມທ່ານ ສາດສະດາຈານ Carl Thayer ແລ້ວ, ໃນການເລືອກຕັ້ງປີນີ້, ມີຜູ້ມີສິດເລືອກຕັ້ງກວ່າ 69 ລ້ານຄົນ ມີເງື່ອນໄຂຢ່າງພຽງພໍເພື່ອໄປປ່ອນບັດ, ຜູ້ສະໝັກຮັບເລືອກຕັ້ງທັງໝົດ ໄດ້ຮັບການຕີລາຄາຢ່າງລະອຽດລະອໍ ເພື່ອຮັບປະກັນບັນລຸໄດ້ຕາມມາດຖານທີ່ໄດ້ວາງອອກ. ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງທີ່ບັນລຸມາດຖານ ກໍສະແດງໃຫ້ເຫັນຄວາມອຸດົມສົມບູນຂອງພາກສ່ວນເຂົ້າຮ່ວມ. ອັດຕາຜູ້ສະໝັກຮັບເລືອກຕັ້ງເພດຍິງ ແລະ ຊາວເຜົ່າສ່ວນໜ້ອຍຢູ່ລະດັບສູງ, ດ້ວຍ 45% ຈຳນວນຜູ້ສະໝັກເລືອກຕັ້ງແມ່ນເພດຍິງ, ເຊິ່ງແມ່ນອັດຕາທີ່ສູງກວ່າເມື່ອທຽບໃສ່ມາດຖານຂອງໂລກ ແລະ 21% ຈຳນວນຜູ້ສະໝັກເລືອກຕັ້ງ ແມ່ນຊາວເຜົ່າສ່ວນໜ້ອຍ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top