
ການໂອ້ລົມສົນທະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ
ສູນຄົ້ນຄ້ວາຍຸດທະສາດສາກົນ (CSIS) ຢູ່ນະຄອນຫຼວງ ວໍຊິງຕັນ ຫາກໍ່ຈັດຕັ້ງການໂອ້ລົມສະນະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ດ້ວຍການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink. ເຂົ້າຮ່ວມການໂອ້ລົມສົນທະນາຍັງມີບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ນັກຂ່າວຢູ່ນະຄອນຫຼວງ ວໍຊິງຕັນ.
, ເຊິ່ງສະແດງອອກຜ່ານການຢ້ຽມຢາມບັນລຸຜົນສຳເລັດໃນປີ 2017 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງ ອາເມລິກາ (ເດືອນ ພຶດສະພາ 2017) ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ເດືອນພະຈິກ 2017).ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ແລະ ທ່ານເອກອັກຄະລັດຖະທູດ Daniel Kritenbrink ຢັ້ງຢືນອວ່າຈະຕັ້ງໜ້າຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ເນື່ອງໃນໂອກາດການຢ້ຽມຢາມຂັ້ນສູງໃນປີ 2017. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ແລະ ທ່ານເອກອັກຄະລັດຖະທູດ Daniel Kritenbrink ກໍ່ໄດ້ຕອບຫຼາຍຄຳຖາມຂອງຜູ້ຊົມກ່ຽວກັບຍຸດທະສາດຂອງ ອາເມລິກາ ສຳລັບພາກພືນ ອາຊີ - ປາຊີຟິກ, ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ ແລະ ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ໃນນັ້ນມີບັນຫາທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)