• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງປະທານາທິບໍດີລັດເຊຍ: ຫຼາຍປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນກັບລັດເຊຍ

      ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນ 2 ຝ່າຍກັບລັດເຊຍ ຄືນໃໝ່ ແມ່ນຈຸດລວມຂອງບັນດາສານອວຍພອນຂອງການນຳຫຼາຍປະເທດໃນໂລກໄດ້ສົ່ງເຖິງທ່ານ Vladimir Putin, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີລັດເຊຍ ຄືນໃໝ່ ໃນວັນທີ 19 ມີນາ.

ທ່ານປະທານາທິບໍດີລັດເຊຍ Vladimir Putin
(ພາບ: AP)      
      ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບທີ່ແກ່ຍາວເປັນເວລາ 20 ນາທີ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນ 2 ຝ່າຍ ແລະ ແກ້ໄຂບັນດາບັນຫາຂັດແຍ້ງຜືນແຜ່ນດິນກໍຄືການຮ່ວມມືເພື່ອຄາດໝາຍປອດນິວເຄຼຍໃນແຫຼມເກົາຫຼີ ໃນສະພາບທີ່ບັນດາການພົບປະຄັ້ງສຸດຍອດລະຫວ່າງສ.ເກົາຫຼີ - ສປປ.ເກົາຫຼີ, ອາເມລິກາ - ສປປ.ເກົາຫຼີ ຈະຖືກດຳເນີນໃນຊຸມເດືອນຈະມາເຖິງ. ໃນຂະນະນັ້ນ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີເຢຍລະມັນ Steffen Saibert ໃຫ້ຮູ້ວ່າ, ທ່ານນາງ Angela Merkel ຈະສົ່ງຄຳອວຍພອນເຖິງທ່ານ Putin ຜູ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີລັດເຊຍ ໂດຍໄວ.
        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນພາຍຫຼັງຮັບດຳລົງຕຳແໜ່ງເປັນປະທານາທິບໍດີລັດເຊຍ ຊຸດໃໝ່, ທ່ານປະທານາທິບໍດີ Putin ຢືນຢັນວ່າ: ລັດເຊຍ ບໍ່ຢາກມີການກຳວງເສັງ ດ້ານອາວຸດໃໝ່ ແລະ ຈະເຮັດທຸກວຽກງານທີ່ສາມາດເຮັດໃຫ້ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນກັບບັນດາປະເທດ ໃນຂະນະທີ່ຍັງປົກປ້ອງຜົນປະໂຫຍດຂອງຊາດໄວ້ໄດ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top