• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຕ້ອນຮັບບຸນເຕັດຂອງປະຊາຊົນໃນທົ່ວປະເທດຫວຽດນາມ

ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ
ພາບ:baochinhphu.vn
            ວັນ​ທີ 9/2 ແມ່ນ​ກົງ​ກັບ​ວັນ​ທີ 2/1 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ໄດ້​ເຂົ້າ​ຢ້ຽມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ແລະ ສະ​ຫນາມ​ຫລວງ​ບາ​ດີງ​ປະ​ຫວັດ​ສາດ. ນີ້​ແມ່ນ​ໂອ​ກາດ​ປະ​ຊາ​ຊົນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ.
ສ່ວນ​ຢູ່ນະ​ຄອນ​ເຫ້ວ, ປະ​ຊາ​ຊົນ​ໄດ້​ພາ​ກັນ​ໄປ​ວັດ​ ພາ​ວະ​ນາ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ມີ​ໂຊກ​ມີ​ໄຊ​ໃຫ້​ຄອບ​ຄົວ​ແລະ​ຕົນ​ເອງ. ພະ​ອາ​ຈານ ທິກ​ເຫ້ວ​ເຟືອກ, ​ເຈົ້າອະ​ທິ​ການ​ວັດ ຕື​ເລີມ ຕາ​ແສງ ຖູຍ​ຊວນ ນະ​ຄອນ ເຫ້ວ ໃຫ້​ຮູ້​ວ່າ: ຮີດ​ຄອງ​ປະ​ເພ​ນີ​ເຂົ້າ​ວັດ​ໃນ​ຕົ້ນ​ປີ​ໃຫມ່ ແມ່ນ​ຄວາມ​ງາມ​ດ້ານ​ຈິດ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ.
ຢູ່​ແຂວງ ດົງ​ທາບ, ງານ​ບຸນ​ລະ​ດູ​ບານ​ໃຫມ່ 2016 ແມ່ນ​ຕິດ​ພັນ​ການ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ດົງ​ທາບ, ສະ​ນັ້ນ ປະ​ຊາ​ຊົນ​ໃນ​ທົ່ວ​ແຂວງ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ ແລະ ມີ​ຄວາມ​ປະ​ເອີບ​ໃຈ, ຄວາມ​ຫວັງ​ຕໍ່​ການ​ພັດ​ທະ​ນາ.
(​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top