• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ ແມ່ນປັດໄຈຕັດສິນຜົນສໍາເລັດ

      ຕອນເຊົ້າວັນທີ 18 ເມສາ, ຢູ່ນະຄອນ ເກິນເທີ, ສະຫະສະມາຄົມພັດທະນາວັດທະນະທໍາວິສາຫະກິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັ້ນຂົນຂວາຍ ສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ ໂດຍນາຍົກລັດຖະມົນຕີຫວຽດນາມເປັນຜູ້ປຸກລະດົມ. 
      ທີ່ກອງປະຊຸມ, ຄະນະຈັດຕັ້ງໄດ້ຜັນຂະຫຍາຍບັນດາມະຕິຂອງນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບ ບັ້ນຂົນຂວາຍ “ການສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ”, ພ້ອມທັງສ້າງຕັ້ງຄະນະຈັດຕັ້ງ ແລະ ສ້າງແຜນການ ສົມທົບລະຫວ່າງບັນດາວິສາຫະກິດກັບ ຄະນະຈັດຕັ້ງ.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂຮ່ແອັງຕວ໊ນ, ຫົວໜ້າຄະນະຈັດຕັ້ງບັ້ນຂົນຂວາຍ ດັ່ງກ່າວ ໃຫ້ຮູ້ວ່າ ບັ້ນຂົນຂວາຍນີ້ ຈະແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດໃນເຂດທາງທິດຕາເວັນຕົກພາກໃຕ້ ແລກປ່ຽນ, ແບ່ງປັນປະສົບການ ແລະ ວິທີການກໍ່ສ້າງ ແລະ ພັດທະນາວັດທະນະທໍາຂອງວິສາຫະກິດ ຈາກການເຄື່ອນໄຫວພຶດຕິກໍາຕົວຈິງ ເພື່ອພັດທະນາແບບຍືນຍົງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ໄຕ​ມາ​ດ​ທີ I/2026 ບັນ​ລຸ​ເກືອບ 16,7 ຕື້ USD

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ໄຕ​ມາ​ດ​ທີ I/2026 ບັນ​ລຸ​ເກືອບ 16,7 ຕື້ USD

ໄລ່​ສະ​ເລ່ຍ 3 ເດືອນ​ຕົ້ນ​ປີ 2026, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ​ບັນ​ລຸ 16,69 ຕື້ USD (ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025).

Top