• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8

      ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດສິງກະໂປ ໂດຍທ່ານ ຈານເຢັງກິດ ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດນຳໜ້າ ໄດ້ມາຮອດຮ່າໂນ້ຍເພື່ອເຂົ້າຮ່ວມການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8

ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8
      ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດສິງກະໂປ ໂດຍທ່ານ ຈານເຢັງກິດ ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດນຳໜ້າ ໄດ້ມາຮອດຮ່າໂນ້ຍເພື່ອເຂົ້າຮ່ວມການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8 ແຕ່ວັນທີ 9 ຫາວັນທີ 10 ຕຸລາ. ຕອນບ່າຍວັນທີ 9 ຕຸລາ , ທີ່ການຕ້ອນຮັບຄະນະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ເນັ້ນໜັກວ່າ ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດແມ່ນການເຄື່ອນໄຫວຢ່າງຕັ້ງໜ້າເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ສິງກະໂປ.
    ກ່ອນໜ້ານັ້ນ, ທ່ານ ຫງວຽນຈີ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ ຈານເຢັງກິດ ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ ໄດ້ເປັນປະທານການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດຫວຽດນາມ ແລະ ສິງກະໂປ. 2 ຝ່າຍໄດ້ເຫັນດີສະໜັບສະໜູນກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ຫວຽດນາມຈະສົມທົບ, ສະໜັບສະໜູນສິງກະໂປໃນປີທີ່ສິງກະໂປເປັນປະທານອາຊຽນ 2018. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top