• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສະຫລຸບຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19

ຫ້ອງວ່າການລັດຖະບານ ໄດ້ປະກາດການສະຫລຸບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 25 ກໍລະກົດ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ເນື້ອໃນການສະຫລຸບຊີ້ແຈ້ງວ່າ: ໂລກລະບາດຍັງສືບຕໍ່ຜັນແປຢ່າງສັບສົນໃນທົ່ວໂລກ ແລະ ຫວຽດນາມ ໄດ້ກວດພົບມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ບັນດາກະຊວງ,ຂະແໜງການ, ຄະນະກຳມະການປະຊາຊົນບັນດາທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ບຸກຄົນຄວນປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນສະພາບການໃໝ່ຢ່າງເຂັ້ມງວດ.

ຂະແໜງສາທາລະນະສຸກ ຄວນສຸມໃສ່ຊີ້ນຳປະຕິບັດການປ້ອງກັນ ສະກັດກັ້ນໃນທົ່ວປະເທດ; ເພີ່ມທະວີການຕິດຕາມກວດກາ, ເອົາຕົວຢ່າງວິໄຈສຳລັບທຸກກໍລະນີທີ່ມີອາການຕິດເຊື້ອອັກເສບປອດ, ບັນດາກໍລະນີຖືກສົງໃສຕິດເຊື້ອ, ກວດພົບຢ່າງທັນການ, ແຍກຕົວ, ຜັນຂະຫຍາຍໝູນໃຊ້ບັນດາຂັ້ນຕອນປິ່ນປົວຢ່າງມີປະສິດທິຜົນ ພ້ອມທັງສືບຕໍ່ໜູນຊ່ວຍເຕັກນິກລະຫວ່າງບັນດາໂຮງໝໍ ເພື່ອຈຳກັດກໍລະນີເສຍຊີວິດຍ້ອນໂຄວິດ-19 ຢູ່ໃນລະດັບຕ່ຳສຸດ..

         ບັນດາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ສືບຕໍ່ຊີ້ນຳການຈັດຕັ້ງປະຕິບັດເລື່ອງຄວບຄຸມບັນດາກໍລະນີເຂົ້າເມືອງ ຫວຽດນາມ ຢ່າງເຂັ້ມງວດ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top