• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ

      ວັນທີ 27 ເມສາ, ຄ້າຍທະຫານຊາຍແດນຕາມເຮີບ, ກອງບັນຊາການທະຫານຊາຍແດນແຂວງເງະອານ ສົມທົບກັບ ກອງຮ້ອຍຊາຍແດນ 251, ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ດຳເນີນການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ.

ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ
(ພາບ: qdnd.vn)
      ສອງຝ່າຍໄດ້ດໍາເນີນການລາດຕະເວນເສັ້ນຊາຍແດນ ຕອນຈາກຫຼັກໝາຍທີ 425 ຮອດຫຼັກໝາຍທີ 426 ດ້ວຍລວງຍາວທັງໝົດ 14,828 ກິໂລແມັດ ບົນເສັ້ນຊາຍແດນ ຫວຽດນາມ-ລາວ. ສອງຝ່າຍໄດ້ປະຕິບັດຖືກຕາມຫຼັກການໃນການລາດຕະເວນ ສອງຝ່າຍ, ແຈ້ງໃຫ້ກັນຮັບຊາບກ່ຽວກັບສັນຍານເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຄົ້ນພົບ, ສະກັດກັ້ນ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງ ກົດລະບຽບຊາຍແດນລະຫວ່າງສອງປະເທດຢ່າງທັນການ, ປົກປັກຮັກສາເສັ້ນຊາຍແດນໄວ້ຕາມສະພາບເດີມ. ສິ້ນສຸດການ ລາດຕະເວນ, ສອງກົມກອງໄດ້ຖອດຖອນບົດຮຽນ, ແລກປ່ຽນສະພາບການ ທີ່ກ່ຽວຂ້ອງເພື່ອເປັນພື້ນຖານໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ. ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດພັນ ຂອງສອງກໍາລັງປົກປັກຮັກສາຊາຍແດນ, ປະກອບສ່ວນປົກປັກຮັກສາ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນ ພັດທະນາ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top