ຂ່າວສານ
ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີ ອິນໂດເນເຊຍ ສືບຕໍ່ຊຸກຍູ້ການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານ

ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ
“ການພົວພັນລະຫວ່າງສອງປະເທດ ໄດ້ຮັບການພັດທະນາ ແລະ ປັບປຸງ ຢ່າງບໍ່ຢຸດຢັ້ງ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະສືບຕໍ່ລົງນາມໃນແຜນການເຄື່ອນໄຫວໄລຍະ 5 ປີ ຕໍ່ໄປ. ຫວັງວ່າ ດ້ວຍການລົງນາມໃນບົດບັນທຶກຊ່ວຍຈໍາບາງສະບັບນັ້ນ, ພວກເຮົາຈະສືບຕໍ່ເປີດທິດພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ ໃນທຸກຂົງເຂດຄື ເສດຖະກິດ,ການເມືອງ, ວັດທະນະທໍາ ແລະ ສັງຄົມ. ສໍາລັບດ້ານເສດຖະກິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບັນດາຜົນງານທີ່ພວກເຮົາບັນລຸໄດ້ໃນຕະຫຼອດໄລຍະ 3 ປີຜ່ານມາ ກໍຄືການເຕີບໂຕເສດຖະກິດຂອງສອງປະເທດ, ຄາດໝາຍວົງເງິນການຄ້າໃນປີ 2020 ແມ່່ນຈະບັນລຸໄດ້ເຖິງ 10 ຕື້ USD. ໂດຍສະເພາະແມ່ນເມື່ອພວກເຮົາພວມສຸມໃສ່ບັນດາຜະລິດຕະພັນບຸລິມະສິດ, ຕົວຢ່າງຄື ຂະແໜງລົດໂອໂຕ ໄດ້ຮັບການຟື້ນຟູ ສົ່ງອອກໄປຍັງຫວຽດນາມ ຫຼື ເຂົ້າສານຂອງຫວຽດນາມ ສົ່ງອອກໄປຍັງ ອິນໂດເນເຊຍ...”.
ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ນອກຈາກການເຂົ້າຮ່ວມ ເວທີປາໄສ ເສດຖະກິດໂລກ ອາຊຽນ 2018 ແລ້ວ, ຄາດວ່າ ທ່ານປະທານາທິບໍດີ JoKo Widodo ກໍຈະມີການພົບປະເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ, ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງອີກດ້ວຍ.
(ແຫຼ່ງຄັດຈາກ VOV)