• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ” ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ ໃນການຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ.

ທ່ານຮອງລັດຖະມົນຕີ ຫວູຮົ່ງນານ ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດຢູ່ລັດ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 23 – 29 ສິງຫາ 2018 ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ, ນັບແຕ່ເນື້ອໃນການແລກປ່ຽນລະຫວ່າງທ່ານປະທານປະເທດ ແລະ ການນຳຂັ້ນສູງ 2 ປະເທດ, ບັນດາເອກະສານທີ່ໄດ້ລົງນາມກໍ່ຄືບັນດາການເຄື່ອນໄຫວຂອງວິສາຫະກິດ.

        ທັງ ເອທີໂອປີ ແລະ ອີຢິບ ໄດ້ສະຫງວນໃຫ້ ທ່ານປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ການຕ້ອນຮັບທີ່ອົບອຸ່ນ, ສົມກຽດ, ສະໜິດສະໜົມ ດ້ວຍພິທີຕ້ອນຮັບສູງສຸດທີ່ສະຫງວນໃຫ້ປະມຸກລັດ. ສິ້ນສຸດການຢ້ຽມຢາມ, ຢູ່ທັງ ເອທີໂອປີ ແລະ ອີຢິບ, 2 ຝ່າຍລ້ວນແຕ່ອອກຖະແຫຼງການຮ່ວມ, ວາງອອກບັນດາການກຳນົດທິດໃຫຍ່, ເປັນພື້ນຖານເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ ຫວຽດນາມ - ເອທີໂອປີ, ຫວຽດນາມ - ອີຢິບ ໃນໄລຍະຈະມາເຖິງກ່ວາອີກ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top