• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຊ່ວຍຊຸກຍູ້ການຮ່ວມມືສອງຝ່າຍ

      ໃນໜ້າທຳອິດຂອງໜັງສືພິມລາຍວັນ ວໍຊິງຕັນ (The Washington Times) ສະບັບອອກວັນທີ 29 ພຶດສະພາ ໄດ້ລົງພິມບົດນຳສະແດງຄວາມຄິດເຫັນດ້ວຍຫົວຂໍ້ວ່າ “ໂຄງການດຳເນີນງານຢູ່ທຳນຽບຂາວ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະຊຸກຍູ້ການຮ່ວມມື 2 ຝ່າຍ”
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການພົບປະກັບບັນດານັກປັນຍາຊົນ
      ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 29 -31 ພຶດສະພາ. ສະແດງຄວາມຄິດເຫັນກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ບົດຂຽນໄດ້ຕີລາຄາການຢ້ຽມຢາມໃນຄັ້ງນີ້ວ່າຈະເປີດໂອກາດໃຫ້ 2 ຝ່າຍປຶກສາຫາລືນະໂຍບາຍ ແລະ ການປະຕິບັດນະໂຍບາຍໃນບັນດາຂົງເຂດ: ເສດຖະກິດ, ການຄ້າກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຜ່ານນັ້ນ, ຫວຽດນາມ ແລະ ອາເມລິກາ ອາດຈະເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານເລິກເຊິ່ງກ່ວາອີກ ເພື່ອຜົນປະໂຫຍດລວມ ແລະ ຍາວນານຂອງປະຊາຊົນ 2 ປະເທດໃນສະພາບການອຳນາດການປົກຄອງໃໝ່ຢູ່ ອາເມລິກາ ມີການດັດປັບ ກ່ຽວກັບນະໂຍບາຍການຕ່າງປະເທດ.
        ໃນວັນດຽວກັນ, ສື່ເອເລັກໂຕນິກ Asiaplomacy.com ມີບົດໄຈ້ແຍກດ້ວຍຫົວຂໍ້: ທ່ານປະທານາທິບໍດີ Donald Trump ໄດ້ຂຽນໃສ່ໜ້າປະຫວັດສາດກັບ ຫວຽດນາມ ຕື່ມອີກ. ບົດຂຽນຂອງ ປອ Lisa Williams, ອະດີດຫົວໜ້າກຸ່ມຊ່ວຍວຽກສະມາຊິກສະພາແຫ່ງຊາດ ອາເມລິກາ ຂອງອະນຸກຳມະການ ອາຊີ - ປາຊີຟິກ ແລະ ສິ່ງແວດລ້ອມທົ່ວໂລກຂຶ້ນກັບສະພາຕ່ຳ ອາເມລິກາ ຖືວ່າ: ທ່ານປະທານາທິບໍດີ Donald Trump ຕັດສິນໃຈໄປເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ຫວຽດນາມ ໃນເດືອນ ພະຈິກ ປີ 2017 ເປັນຂີດໝາຍບາດລ້ຽວໃໝ່. ທ່ານປະທານາທິບໍດີ Donald Trump ໄປ ຫວຽດນາມ ໃນປີທຳອິດຮັບດຳລົງຕຳແໜ່ງ, ນັ້ນແມ່ນການກະທຳສຳຄັນທີ່ໄດ້ສະແດງໃຫ້ເຫັນການພົວພັນກັບ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງ ອາເມລິກາ. ໃນຈົດໝາຍຝາກເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ບັນດາບັນຫາສາກົນ, ພາກພື້ນ.
        ເນື່ອງໃນໂອກາດນີ້, ໜັງສືພິມ ວໍຊິງຕັນ ທາມ ສະບັບອອກໃນວັນທີ 30 ພຶດສະພາ ກໍ່ໄດ້ລົງພິມສານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂດຍເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກສ້າງການພົວພັນອັນດີງາມກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ຫວຽດນາມ ແລະ ອາເມລິກາ ເທົ່ານັ້ນ ຫາກຍັງເພື່ອຜົນປະໂຫຍດຂອງປະຊາຄົມ ອາຊຽນ, ຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ ອາຊີ - ປາຊີຟິກ ແລະ ໃນໂລກ ອີກດ້ວຍ. 
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top