• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະສັງສັນ ຕົ້ນປີໃໝ່ ຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ

ພາບ​ປະ​ກອບ
           ຕອນ​ຄຳ່​ວັນ​ທີ 26/2, ທີ່​ນະຄອນຫຼວງ​ ວຽງ​ຈັນ, ປະ​ເທດ​ ລາວ,​ ສະ​ໂມ​ສອນ​ໄທບ້ານ​ດຽວ ຊຽງ​ຂວາງ ​ໄດ້​ຈັດ​ຕັ້ງ​ການພົບ​ປະ​ສັງ​ສັນ​ຕົ້ນ​ປີໃໝ່ ​ເພື່ອ​ອວຍພອນ​ປີ​ໃໝ່​ປີ​ມະ​​ແມ 2015, ສະຫຼຸບ​ບັນດາ​ວຽກ​ງານ​ທີ່​​ໄດ້​ເຮັດ​ໃນ​ປີຜ່ານມາ ​ແລະ ວາງ​ອອກ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ປີ​ຈະ​ມາ​ເຖິງ.
        ​ ​ກ່າວ​ຄວາມ​ເຫັນ​​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ: ສະ​ໂມ​​ໄທສອນບ້ານ​ດຽວ ຊຽງ​ຂວາງ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນ​ກ່ວາ​ອີກ, ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ການສະໜິດ​ຕິດ​ພັນ ລະຫວ່າງ​ບັນດາ​ຄອບຄົວ​ຊາວ​ ຫວຽດ ນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ມີ​ກົກ​ເຄົ້າ ຊຽງ​ຂວາງ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນປັດ​ໄຈ ເພື່ອ​ກໍ່ສ​້າງກຸ່ມ​ກ້ອນ​ສາມັກຄີ​ຂອງ​ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່ ​ວຽງ​ຈັນ ​ເວົ້າ​ສະ​ເພາະ ​ແລະ ປະຊາ​ຄົມ​ຊາວ ​ຫວຽດນາມ​ ຢູ່​ ລາວ ​ເວົ້າ​ລວມ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ອວຍພອນ​ບັນດາ​ຄອບຄົວ​ໃນສະ​ໂມ​ສອນ​ໄທບ້ານ​ດຽວ ຊຽງ​ຂວາງ ​ເວົ້າ​ສະ​ເພາະ ​ແລະ ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່​ລາວ ​ເວົ້າ​ລວມ ມີ​ຊີວິດ​ການ​ເປັນ​ຢູ່​ອິ່ມໜຳສຳລານ, ມີ​ຄວາມ​ຜາ​ສຸກ, ພ້ອມ​ກັນ​ສາມັກຄີ,​ ຊວ່ຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ທຳ​ມາ​ຫາ​ກິນ, ຮັກສາ​ວັດທະນະທຳ​ຂອງປະ​ເທ​ດຊາດ, ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ລາວ ​ເປັນ​  ຢ່າງ​ດີ, ປະກອບສ່ວນເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດ​        ລະຫວ່າງ  ​ຫວຽດນາມ-​ລາວ
 (​ແຫຼ່ງຄັດ​ຈາກ VOV)

ພັດທະ​ນາ​ນະ​ຄອນ​ເກິ່ນ​ເທີ​ໂດຍ​ໄວ, ຍື​ນ​ຍົງ, ທັນ​ສະໄໝ

ພັດທະ​ນາ​ນະ​ຄອນ​ເກິ່ນ​ເທີ​ໂດຍ​ໄວ, ຍື​ນ​ຍົງ, ທັນ​ສະໄໝ

ກອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.

Top