• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະ​ນາ​ນະ​ຄອນ​ເກິ່ນ​ເທີ​ໂດຍ​ໄວ, ຍື​ນ​ຍົງ, ທັນ​ສະໄໝ

ກອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)

ຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນເກິ່ນເທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຄະນະພັກນະຄອນ ເກິ່ນເທີຄັ້ງທີ 1, ອາຍຸການ 2025 – 2030. ກອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ນະຄອນເກິ່ນເທີຕ້ອງສຸມໃສ່ລະດັບສູງເພື່ອພັດທະນາເສດຖະກິດ, ເອົາໃຈໃສ່ເຖິງການເຊື່ອມຕໍ່ເຂດ; ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບສະໜາມບິນສາກົນ, ທ່າກຳປັ່ນ, ການເດີນເຮືອ, ເສັ້ນທາງຄວາມໄວສູງໂດຍໄວ, ຂຸດຄົ້ນສະຖານທີ່ພັດທະນາໃໝ່, ແກ້ໄຂຈຸດອຸດຕັນ… ນອກຈາກນັ້ນ, ນະຄອນຕ້ອງພັດທະນາທ່າແຮງໃນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ໂຄສະນາເຄື່ອງໝາຍ “ເກິ່ນເທີ - ຕົວເມືອງເຂດແມ່ນ້ຳ”; ຂຸດຄົ້ນສີສັນວັດທະນະທຳແມ່ນ້ຳ, ກາຍເປັນສະຖານທີ່ນັດພົບສາກົນ.

(ແຫຼ່ງຄັດຈາກ VOV)

ເປັນ​ເຈົ້າ​ການ​ຮັບ​ມື​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ກັບ ພາ​ຍຸ Bualoi

ເປັນ​ເຈົ້າ​ການ​ຮັບ​ມື​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ກັບ ພາ​ຍຸ Bualoi

ເປັນເຈົ້າການຮັບມືຢູ່ລະດັບສູງທີ່ສຸດກັບ ພາຍຸ Bualoi, ຖືຊີວິດອິນຊີ ຂອງປະຊາຊົນຢູ່ແມ່ນສຳຄັນທີ່ສຸດ. ນີ້ແມ່ນຄວາມຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ຢູ່ກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ. ທ່ານຮອນນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັ້ກວ່າ ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ: ກະຊວງກະສິກຳສິ່ງແວດລ້ອມ ແລະ ທ້ອງຖິ່ນສືບຕໍ່ເຮັດແຈ້ງບັນດາສະຖານທີ່ຖືກຜົນສະທ້ອນ, ສ້າງວິທີການ ແລະ ແຜນການຢູ່ເຂດຖືກຜົນສະທ້ອນ. ຂ້າພະເຈົ້າສະເໜີບັນດາອົງການສື່ມວນຊົນຖືນີ້ແມ່ນ ໜ້າທີ່. ລົງຂ່າວກ່ຽວກັບພາຍຸ ຜ່ານໂທລະພາບ, ວິທະຍຸ, ບັນດາອົງການຢູ່ທະເລຄື: ທະຫານປ້ອງກັນຊາຍແດນ, ອົງການກວດກາປ່າ, ຕ່ຳຫຼວດທະເລ ລົງຂ່າວ ດ້ວຍຮູບແບບຕ່າງໆຄື ທາງໂທລະສັບ, ສົ່ງຂໍ້ຄວາມ…

Top