• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະສັງສັນມູນເຊື້ອສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968

ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ທົບທວນຄືນວິວັດການກະກຽມ ແລະ ກ້າວເຂົ້າສູ່ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1968.

ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ການພົບປະ
 

ຕອນຄ່ຳວັນທີ 30 ມັງກອນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສັງສັນມູນເຊື້ອ ສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968. ເຂົ້າຮ່ວມການພົບປະ ມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ອະດີດປະທານປະເທດ ຫງວຽນມີງຈຽດ, ອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ທົບທວນຄືນວິວັດການກະກຽມ ແລະ ກ້າວເຂົ້າສູ່ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1968. ແຕ່ຕອນກາງຄືນວັນທີ 30 ຫາຕອນຮຸ່ງເຊົ້າວັນທີ 31 ມັງກອນ 1968 (ກົງກັບວັນທີ 1 ຂອງບຸນເຕັດປີວອກ), ພະນັກງານ, ນັກຮົບ, ກຳລັງປະກອບອາວຸດ ໄຊ່ງ່ອນ - ຢາດິ້ງ ພ້ອມກັບບັນດາທ້ອງຖິ່ນທາງພາກໃຕ້ ໄດ້ກ້າວເຂົ້າສູ່ການບຸກໂຈມຕີ ແລະ ລຸກຮື້ຶ້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1968. ບັນດານັກຮົບປະຕິວັດ ແລະ ບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ອຸທິດເລືອດເນື້ອ, ຊັບສິນເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດເພື່ອມີສັນຕິພາບຄືທຸກວັນນີ້.

(ແຫຼ່ງຄັດຈາກ VOV)


ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top